ຢ່າລືມ! ວັນທີ 22 ກຸມພາ 2026 ໄປປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ທີ່ທ່ານມັກ

ຢ່າລືມ! ວັນທີ 22 ກຸມພາ 2026 ໄປປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ທີ່ທ່ານມັກ

ຄະນະພັກ ແລະ ຄະນະກຳມະການເລືອກຕັ້ງທຸກຂັ້ນ ໄດ້ກຳນົດເອົາວັນອາທິດວັນທີ 22 ກຸມພາ 2026 ເປັນມື້ປ່ອນບັດເລືອກຕັ້ງ ພ້ອມກັນໃນຂອບເຂດທົ່ວປະເທດ.

ສຳລັບ ການກໍານົດເວລາປ່ອນບັດເລືອກຕັ້ງ ແມ່ນໃຫ້ເລີ່ມແຕ່ 07:00 ໂມງ ຫາ 17:00 ໂມງ, ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຕົກລົງ ພິທີໄຂ ຫຼື ອັດໄວ ຫຼື ຊ້າກວ່າເວລາທີ່ໄດ້ກຳ ນົດໄວ້ນັ້ນກໍໄດ້ ໂດຍອີງໃສ່ສະພາບການຕົວຈິງຂອງແຕ່ລະບ່ອນ ແຕ່ບໍ່ໃຫ້ໄຂພິທີກ່ອນ 05:00 ໂມງ ແລະ ອັດພິທີຊ້າ ກວ່າ 18:00 ໂມງ.

ການປ່ອນບັດເລືອກຕັ້ງສະມາຊິກສະພາ ໃນແຕ່ລະໜ່ວຍເລືອກຕັ້ງ ຈະມີສອງຫີບປ່ອນບັດ ຄື: ຫີບປ່ອນບັດສະມາຊິກສະ ພາແຫ່ງຊາດ ແລະ ຫີບປ່ອນບັດສະມາຊິກສະພາປະຊາຊົນຂັ້ນແຂວງ; ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ຕ້ອງແນະນໍາ, ເຜີຍແຜ່ລະບຽບການຕ່າງໆ, ວິທີຂີດບັດ ແລະ ວິທີປ່ອນບັດລົງຄະແນນສຽງ ໃຫ້ຜູ້ມີສິດເລືອກຕັ້ງທຸກຄົນເຂົ້າໃຈ; ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ຕ້ອງໄຂຫີບບັດ ໃຫ້ເຫັນທາງໃນ ໂດຍຊ້ອງໜ້າຜູ້ມີສິດເລືອກຕັ້ງກ່ອນການປ່ອນບັດ; ຜູ້ມີສິດເລືອກຕັ້ງ ຕ້ອງສະເໜີ ຕົວ ແລະ ແຈ້ງບັດຢັ້ງຢືນຕໍ່ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ເພື່ອຮັບເອົາບັດລົງຄະແນນສຽງ ທັງສອງຫີບບັດ; ຜູ້ມີສິດເລືອກຕັ້ງ ທີ່ບໍ່ຮູ້ໜັງສື ຊຶ່ງບໍ່ສາມາດຂີດບັດດ້ວຍຕົນເອງໄດ້ນັ້ນ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ມີສິດແຕ່ງຕັ້ງຜູ້ຮັບຜິດຊອບຊ່ວຍຂີດບັດ, ແຕ່ຕ້ອງປະຕິບັດຕາມຄວາມມັກ, ການຊີ້ບອກຂອງຜູ້ນັ້ນ ແລະ ໃຫ້ຜູ້ກ່ຽວນຳເອົາບັດລົງຄະແນນສຽງໄປປ່ອນໃສ່ແຕ່ລະຫີບບັດດ້ວຍຕົນເອງ, ໃນກໍລະນີປ່ອນບັດດ້ວຍຕົນເອງບໍ່ໄດ້ ກໍມອບໃຫ້ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຜູ້ໃດໜຶ່ງຊ່ວຍນໍາເອົາບັດໄປປ່ອນໃສ່ແຕ່ລະຫີບບັດ ໂດຍຊ້ອງໜ້າຜູ້ກ່ຽວ. ໃນກໍລະນີ ຜູ້ມີສິດເລືອກຕັ້ງເຈັບປ່ວຍ, ເສຍອົງຄະ, ເຖົ້າແກ່ໄປປ່ອນບັດບໍ່ໄດ້ນັ້ນ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ຕ້ອງຈັດຕັ້ງໜ່ວຍຮັບຜິດຊອບຫີບບັດເຄື່ອນທີ່ໄປຮັບເອົາບັດລົງຄະແນນສຽງກັບທີ່; ຜູ້ມີສິດເລືອກຕັ້ງຫາກຂີດບັດຜິດ ຕ້ອງສົ່ງບັດທີ່ຂີດຜິດນັ້ນຄືນ ແລ້ວຂໍເອົາບັດໃໝ່ນໍາຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ; ຜູ້ມີສິດເລືອກຕັ້ງ ຕ້ອງປ່ອນບັດລົງຄະແນນສຽງ ໃສ່ແຕ່ລະຫີບບັດ ເທື່ອລະຄົນ.

ແຫຼ່ງຂໍ້ມູນຂ່າວ: ທະນູທອງ

Related Articles

Leave a Reply