ລະບົບຕຳຫຼວດເອເລັກ ໂຕຣນິກຈະຊ່ວຍຫຼຸດຜ່ອນແກ້ໄຂປັນຫາອາດຊະຍາກໍາ

ລະບົບຕຳຫຼວດເອເລັກ ໂຕຣນິກຈະຊ່ວຍຫຼຸດຜ່ອນແກ້ໄຂປັນຫາອາດຊະຍາກໍາ

ກົມຄຸ້ມຄອງການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ເຊື່ອວ່າການພັດທະນາ ລະບົບຕຳຫຼວດເອເລັກໂຕຣນິກ ທີ່ທັນສະໄໝຈະຊ່ວຍຫຼຸດຜ່ອນແກ້ໄຂປັນຫາອາດຊະຍາກໍາ ແລະ ເປັນພະຍານຫຼັກຖານໃນການດຳເນີນຄະດີ, ເປັນລະບົບລວມສູນມາດຕະຖານ ເຕັກນິກອັນດຽວກັນ ແລະ ອື່ນໆ.

ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ບໍລິສັດ ລາວມະຫາຊັບ ພັດທະນາຈຳກັດຜູ້ດຽວ ລົງນາມເຊັນສັນຍາ ຮ່ວມມືພັດທະນາ ລະບົບຕຳຫຼວດເອເລັກໂຕຣນິກ ທີ່ທັນສະໄໝ ເມື່ອມໍ່ໆມານີ້ ຕາງໜ້າລົງນາມໂດຍ ທ່ານ ພົຕ ໜູຈອນ ກ້ອນທອງດຳ ຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ໄກສັກສີ ບົວໄບອ່ອນ ປະທານບໍລິສັດ ລາວມະຫາຊັບ ພັດທະນາຈຳກັດຜູ້ດຽວ ໂດຍມີ ທ່ານ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ພັອ ພອນສະຫວັນ ເດດອຸດົມ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວວ່າ: ການລົງນາມຮ່ວມມືກັນໃນຄັ້ງນີ້, ແນໃສ່ເພື່ອພັດທະນາລະບົບຕຳຫຼວດເອເລັກໂຕຣນິກ ທີ່ທັນສະໄໝ ເພື່ອເປັນການຍົກລະດັບວຽກງານວິຊາສະເພາະ ໂດຍນຳໃຊ້ລະບົບເອເລັກໂຕຣນິກມາແທນເຈົ້າໜ້າທີ່ ເຮັດໃຫ້ວຽກງານວິຊາສະເພາະ ໄດ້ຮັບການແກ້ໄຂຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຊ່ວຍຫຼຸດຜ່ອນແກ້ໄຂປັນຫາອາດຊະຍາກໍາ ແລະ ເປັນພະຍານຫຼັກຖານໃນການດຳເນີນຄະດີ, ເປັນລະບົບລວມສູນມາດຕະຖານ ເຕັກນິກອັນດຽວກັນ, ສາມາດເຊື່ອມຕໍ່ກັນໄດ້, ການບໍລິຫານຈັດການງ່າຍ, ສະດວກ ແລະ ວ່ອງໄວ, ທັງເປັນການຫຼຸດຜ່ອນງົບປະມານລາຍຈ່າຍຂອງລັດໃນການກໍ່ສ້າງ ແລະ ບຳລຸງຮັກສາສ້ອມແປງອຸປະກອນເຕັກນິກ ເຄື່ອງມືຮັບໃຊ້ໃນວຽກງານວິຊາສະເພາະ, ບົນພື້ນຖານຫຼັກການ ການຮ່ວມມືເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ມີຄວາມສະເໝີພາບ, ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການຕ່າງໆ ຂອງ ສປປ ລາວ, ມູນຄ່າການລົງທຶນເບື້ອງຕົ້ນ 8 ລ້ານໂດລາສະຫະລັດ ຊຶ່ງບໍລິສັດເປັນຜູ້ລົງທຶນ 100%, ອາຍຸການຮ່ວມມື 20 ປີ; ການແບ່ງປັນຜົນປະໂຫຍດແມ່ນ ພາຍຫຼັງຫັກຄ່າທຳນຽມ ຕາມລະບຽບການແລ້ວ ສ່ວນທີ່ເຫຼືອມາເປັນກຳໄລສຸດທິ ແລ້ວເອົາມາຄິດເປັນ 100% ເພື່ອແບ່ງປັນຜົນປະໂຫຍດ ກະຊວງປ້ອງກັນຄວາມສະຫງົບ 20% ແລະ ບໍລິສັດ 80% ຈາກລາຍຮັບຂອງໂຄງ ການ

ເປົ້າໝາຍຂອງໂຄງການ ເປັນບໍລິສັດທີ່ປຶກສາສຳຫຼວດ ແລະ ອອກແບບລະບົບກ້ອງວົງຈອນປິດ; ພັດທະນາລະບົບຈຸດກວດອ່ານປ້າຍທະບຽນລົດທັນສະໄໝ; ການເຊື່ອມຕໍ່ລະບົບເຄືອຂ່າຍພາຍໃນກຳລັງປ້ອງກັນຄວາມສະຫງົບ (ກະຊວງ ແລະ ບັນດາ ປກສ ແຂວງ) ໃຫ້ມີຄວາມປອດໄພ; ລະບົບປ້ອງກັນການໂຈມຕີ ຫຼື ແຮັກເກີລະບົບຜ່ານທາງໄຊເບີ, ເພື່ອເກັບກໍາຂໍ້ມູນມາວິເຄາະ, ສ້າງເປັນແຜນແມ່ບົດ, ແຜນຜັງ, ແຜນການ, ແຜນງົບປະມານ ເພື່ອຮອງຮັບ ບໍລິສັດ ທີ່ຈະເຂົ້າມາປະມູນຈັດຊື້, ຈັດຈ້າງໃນແຕ່ລະໄລຍະ ໃຫ້ກັບກະຊວງປ້ອງກັນຄວາມສະຫງົບ ໂດຍນຳໃຊ້ງົບປະມານຂອງບໍລິສັດ.

ທີ່ມາຂ່າວ: ຂປລ

Related Articles

Leave a Reply