ລະວັງຝົນຕົກຟ້າຮ້ອງ ແລະ ລົມພັດແຮງໃນ  ບາງທ້ອງຖິ່ນ ທົ່ວປະເທດ

ລະວັງຝົນຕົກຟ້າຮ້ອງ ແລະ ລົມພັດແຮງໃນ  ບາງທ້ອງຖິ່ນ ທົ່ວປະເທດ

​ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການພະຍາກອນອາກາດປະຈຳວັນ ວັນທີ 24 ກຸມພາ 2026 ນີ້ວ່າ: ປະເທດລາວກຳລັງຕົກຢູ່ໃນອິດທິພົນຂອງ ຄວາມກົດດັນຕໍ່າຂອງອາກາດຮ້ອນ ປົກຄຸມທົ່ວທຸກພາກ ບວກກັບກະແສລົມຕາເວັນອອກທີ່ພັດເຂົ້າມາສົມທົບ.

​ຕໍ່ກັສະພາບອາກາດດັ່ງກ່າວ ຈະສົ່ງຜົນເຮັດໃຫ້ມີການປ່ຽນແປງຂອງອາກາດຢ່າງຊັດເຈນໃນລະຫວ່າງມື້ ຄື: “ເຊົ້າໜາວ-ບ່າຍຮ້ອນ” ແລະ ມີຄວາມສ່ຽງເກີດຝົນຕົກຟ້າຮ້ອງໃນຫຼາຍພື້ນທີ່.

ພະຍາກອນອາກາດໃນແຕ່ລະພາກລະບຸໄວ້ດັ່ງລຸ່ມນີ້: ພາກເໜືອ (ຕາເວັນອອກ ແລະ ຕາເວັນຕົກ) ຕອນເຊົ້າອາກາດເຢັນ ຫາ ໜາວເຢັນ (ອຸນຫະພູມຕ່ຳສຸດ 14-16°C); ຈຸດຄວນລະວັງ ມີໂອກາດເກີດຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ສູງເຖິງ 40% ໂດຍສະເພາະແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ສ່ວນດ້ານຕາເວັນຕົກມີໂອກາດຝົນຕົກ 25%.

​ນະຄອນຫຼວງວຽງຈັນ ຕອນເຊົ້າອາກາດເຢັນ ແລະ ຕອນບ່າຍອາກາດຮ້ອນ (ສູງສຸດ 33°C) ອາດມີຝົນຕົກຟ້າຮ້ອງໃນລະດັບຄ່ອຍບາງບໍລິເວນ (30%) ແລະ ມີລົມພັດແຮງເປັນບາງໂອກາດ.

ພາກກາງ ແລະ ແຂວງໄຊສົມບູນ ຕອນເຊົ້າອາກາດເຢັນ, ແຕ່ຕອນບ່າຍ ອາກາດຮ້ອນອົບເອົ້າ (ສູງສຸດ 36°C) ມີເນື້ອທີ່ການປົກຫຸ້ມຂອງຝົນສູງເຖິງ 40%. ຂໍໃຫ້ປະຊາຊົນລະມັດລະວັງລົມພັດແຮງທີ່ອາດສ້າງຄວາມເສຍຫາຍແກ່ສິ່ງປຸກສ້າງ.

​ພາກໃຕ້ ແລະ ເຂດພູພຽງບໍລະເວນອາກາດຮ້ອນຈັດ ອຸນຫະພູມສູງສຸດ 37°C ສ່ວນເຂດພູພຽງບໍລິເວນຍັງຄົງຮັກສາຄວາມໜາວເຢັນ (14-28°C) ໂອກາດຝົນຕົກຈະມີໜ້ອຍ (15-20%) ແຕ່ຂໍໃຫ້ລະວັງສຸຂະພາບຈາກອາກາດທີ່ຮ້ອນແຮງໃນຕອນກາງເວັນ.

ພາບ: ຕາມນັ້ນ

Related Articles

Leave a Reply