ລັດຖະບານລາວ ແລະ ອົງການ UNFPA ທົບທວນການຮ່ວມມືປະຈຳປີ 2025

ລັດຖະບານລາວ ແລະ ອົງການ UNFPA ທົບທວນການຮ່ວມມືປະຈຳປີ 2025

ລັດຖະບານແຫ່ງສປປ ລາວ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ເປີດກອງປະຊຸມປະຈຳປີ ໃນວັນທີ 17 ກຸມພາ 2026 ທີ່ຜ່ານມາ ທີ່ ນະຄອນຫຼວງວຽງຈັນ ເພື່ອທົບທວນການຮ່ວມມືປະຈຳປີ 2025.

ກອງປະຊຸມຄັ້ງນີ້ໄດ້ຍົກໃຫ້ເຫັນຄວາມຄືບໜ້າທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານໃນປີ 2025 ເຊິ່ງເປັນປີມ້ວນທ້າຍຂອງແຜນງານຮ່ວມມື 4 ປີຄັ້ງທີ 7 (2022-2026) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງແລະໄວໜຸ່ມ.

ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງທ່ານສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານປອ ບັກທີຢໍ ຄາດິໂຣຟ, ຜູ້ຕາງໜ້າອົງການ UNFPA ປະຈຳສປປ ລາວ.

ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ແມ່ນທົບທວນຄືນຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆ ໃນໄລຍະປີ 2025 ທີ່ ຜ່ານມາ; ພ້ອມທັງເນັ້ນໜັກເຖິງບົດບາດຂອງການເປັນຄູ່ຮ່ວມງານທີ່ເຂັ້ມແຂງໃນການຊຸກຍູ້ການພັດທະນາແບບມີສ່ວນຮ່ວມແລະຍືນຍົງຢູ່ ສປປ ລາວ.

ນອກຈາກນີ້, ກອງປະຊຸມຄັ້ງນີ້ຍັງໄດ້ປຶກສາຫາລືກຳນົດທິດທາງຍຸດທະສາດຂອງການຮ່ວມມືລະຫວ່າງອົງການ UNFPA ແລະ ລັດຖະບານລາວ ໃນປີ 2026, ເຊິ່ງເປັນປີມ້ວນທ້າຍຂອງແຜນງານສະບັບປັດຈຸບັນ.

ອັນພົ້ນເດັ່ນ, ກອງປະຊຸມໄດ້ຄັ້ງນີ້ ປຶກສາຫາລືຮ່ວມອົງການລັດທີ່ກ່ຽວຂ້ອງເພື່ອຮ່ວມກັນກຳນົດແຜນດຳເນີນງານແລະໜ້າວຽກບຸລິມະສິດໃນແຜນການຮ່ວມມືຄັ້ງທີ 8 ແຕ່ປີ 2027 ຫາ 2031.

ກອງປະຊຸມຄັ້ງນີ້, ມີຜູ້ເຂົ້າຮ່ວມຈາກບັນດາຄູ່ຮ່ວມງານພາກລັດຕາງໜ້າໃຫ້ ກະຊວງການເງີນ, ກະຊວງສາທາລະນະສຸກ; ກະຊວງສຶກສາທິການ ແລະ ກິລາ; ກະຊວງການຕ່າງປະເທດ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ພ້ອມທັງສູນສະຖິຕິແຫ່ງຊາດ, ສູນກາງສະຫະພັນແມ່ຍິງລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ໃນກອງປະຊຸມ, ທ່ານສຸລິວັດ ສຸວັນນະຈູມຄຳ ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນຄວາມຄືບໜ້າໃນການປັບປຸງການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງບົນພື້ນຖານທາງເພດ, ການແກ້ໄຂບັນດາຮີດຄອງປະເພນີທີ່ບໍ່ສອດຄ່ອງ, ຜົນສຳເລັດໃນການຈັດຕັ້ງປະຕິບັດຂະບວນການລົງເກັບກຳຂໍ້ມູນພາກສະໜາມຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ 5 ປີ 2025.

“ການປຶກສາຫາລືໃນມື້ນີ້ ຈະຊ່ວຍຊຸກຍູ້ການຜັນຂະຫຍາຍຂໍ້ມູນ-ຫຼັກຖານ, ປະສົບການແລະ ບົດຮຽນທີ່ຖອດຖອນໄດ້ ໃຫ້ກາຍເປັນວຽກງານບຸລິມະສິດໃນຕໍ່ໜ້າເພື່ອເຮັດໃຫ້ ສປປ ລາວມີລະບົບການດຳເນີນງານທີ່ເຂັ້ມແຂງສາມາດຊຸກຍູ້ການພັດທະນາແບບມີສ່ວນຮ່ວມໃຫ້ດີຂຶ້ນເທື່ອລະກ້າວ,” ທ່ານກ່າວ.

ທ່ານປອບັກທີຢໍ ກ່າວວ່າ: ພາຍໃຕ້ການນຳພາຂອງລັດຖະບານ, ການຮ່ວມມືລະຫວ່າງອົງການ UNFPA ແລະ ບັນດາຄູ່ຮ່ວມງານພາກລັດສາມາດບັນລຸຄາດໝາຍທີ່ສຳຄັນຫຼາຍດ້ານ, ໃນນັ້ນລວມເຖິງການຮັບຮອງເອົາຂໍ້ຮຽກຮ້ອງເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ແລະ ການສ້າງຕັ້ງກົນໄກການປະສານງານລະດັບຊາດເພື່ອຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍແຫ່ງຊາດດ້ານປະຊາກອນແລະການພັດທະນາ.

ໃນຂົງເຂດວຽກງານສຸຂະພາບຈະເລີນພັນ, ສຸຂະພາບທາງເພດແລະສິດທິ, ອົງການ UNFPA ໄດ້ໃຫ້ການຊ່ວຍເຫຼືອດ້ານ ວິຊາການແກ່ບັນດາຄູ່ຮ່ວມງານພາກລັດໃນການຂະຫຍາຍການບໍລິການວາງແຜນຄອບຄົວ, ການບໍລິການສຸຂະພາບທີ່ເປັນມິດກັບໄວໜຸ່ມແລະເພດສຶກສາ, ເຊິ່ງຊ່ວຍໃຫ້ແມ່ຍິງແລະໄວໜຸ່ມຈຳນວນຫຼາຍຂຶ້ນສາມາດຕັດສິນໃຈກ່ຽວກັບສຸຂະພາບ ແລະ ອະນາຄົດຂອງເຂົາເຈົ້າໂດຍມີຂໍ້ມູນທີ່ຄົບຖ້ວນ.

ທ່ານປອ ບັກທີຢໍ ຍັງໄດ້ກ່າວຕື່ມວ່າ: ອົງການ UNFPA ພ້ອມດ້ວຍບັນດາອົງການລັດຖະບານ ແລະ ພາກສ່ວນກ່ຽວຂ້ອງໄດ້ຮ່ວມກັນສ້າງຄວາມເຂັ້ມແຂງໃຫ້ແກ່ການປ້ອງກັນແລະການຕອບໂຕ້ຄວາມຮຸນແຮງບົນພຶ້ນຖານທາງເພດ ແລະ ຮີດຄອງປະເພນີທີ່ບໍ່ສອດຄອງຜ່ານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ການສະໜອງບໍລິການ ແລະ ການມີສ່ວນຮ່ວມຂອງຊຸມຊົນ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມທີ່ປອດໄພແລະ ເອື້ອອຳນວຍໃຫ້ ແກ່ແມ່ຍິງແລະເດັກຍິງຢູ່ທົ່ວສປປ ລາວ.

ໜຶ່ງໃນຜົນສຳເລັດທີ່ພົ້ນເດັ່ນແມ່ນຜົນສຳເລັດຂອງການຈັດຕັ້ງປະຕິບັດຂະບວນການສຳຫຼວດພົນລະເມືອງແລະທີ່ຢູ່ ອາໄສທົ່ວປະເທດຄັ້ງທີ 5 ປີ 2025; ເຊິ່ງຜົນການສຳຫຼວດດັ່ງກ່າວຄາດວ່າຈະຖືກເຜີຍແຜ່ໃນທ້າຍປີນີ້ ແລະ ຈະສະໜອງຂໍ້ມູນທີ່ມີຄຸນນະພາບສູງເພື່ອເປັນບ່ອນອີງໃນການວາງແຜນ ແລະ ການຕັດສິນໃຈຂອງລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມແລະພາກເອກະຊົນ, ເຊິ່ງຈະເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ ການສ້າງແລະຈັດຕັ້ງປະຕິບັດນະໂຍບາຍທີ່ອີງໃສ່ຫຼັກຖານຕົວຈິງ ແລະ ຮັບປະກັນວ່າຈະບໍ່ມີໃຜຖືກປ່ອຍປະໄວ້ທາງຫຼັງ.

ໃນກອງປະຊຸມຍັງມີການປຶກສາຫາລືຮ່າງບຸລິມະສິດຂອງແຜນງານຮ່ວມມືລະຫວ່າງອົງການ UNFPA ແລະ ລັດຖະບານຄັ້ງທີ 8 (2027–2031) ເຊິ່ງປະກອບມີ: ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນດ້ານປະຊາກອນ, ການປັບປຸງຄຸນນະພາບຂອງການບໍລິການດ້ານສາທາລະນະສຸກ, ການປ້ອງກັນຄວາມຮຸນແຮງບົນພື້ນຖານທາງເພດ, ແລະການລົງທຶນໃສ່ຊາວໜຸ່ມເພື່ອຂຸດຄົ້ນແລະນຳໃຊ້ ຜົນປະໂຫຍດດ້ານປະຊາກອນ.

“ເປັນເວລາຫຼາຍກວ່າ 50 ປີແລ້ວທີ່ອົງການ UNFPA ໄດ້ເປັນຄູ່ຮ່ວມງານທີ່ໄດ້ຮັບຄວາມໄວ້ວາງໃຈຈາກລັດຖະບານແຫ່ງສປປ ລາວ. ເມື່ອພວກເຮົາເບິ່ງໄປໃນຕໍ່ໜ້າ, ພວກເຮົາຍັງຄົງມີຄວາມມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນຊ່ວຍເຫຼືອປະເທດລາວໃນການລົງທຶນໃສ່ແມ່ຍິງ ແລະ ໄວໜຸ່ມເພື່ອເປັນກຳລັງຂັບເຄື່ອນຊຸກຍູ້ ການພັດທະນາແບບມີສ່ວນຮ່ວມ ແລະ ແບບຍືນຍົງ, ໂດຍສະເພາະໃນຂະນະທີ່ ສປປ ລາວກຳລັງໄດ້ຮັບໂອກາດທາງດ້ານປະຊາກອນເຊີງມີໄລະຍະເວລາທີ່ຈຳກັດປອ ບັກທີຢໍກ່າວ.

Related Articles

Leave a Reply