ລັດຖະບານ ຈະມີແຈ້ງການສະບັບໃໝ່ກ່ຽວກັບມາດຕະການປ້ອງກັນໂຄວິດ-19

ລັດຖະບານ ຈະມີແຈ້ງການສະບັບໃໝ່ກ່ຽວກັບມາດຕະການປ້ອງກັນໂຄວິດ-19

ລັດຖະບານ ຈະມີແຈ້ງການສະບັບໃໝ່ໃນໄວໆນີ້ ກ່ຽວກັບການຜ່ອນຜັນຕື່ມອີກບາງມາດຕະການ ໃນການຕ້ານພະຍາດໂຄວິດ-19 ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍມື້ນີ້ວ່າ ລັດຖະບານໄດ້ຈັດກອງປະຊຸມ ໃນຕອນເຊົ້າມື້ນີ້ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ, ເຊິ່ງໄດ້ຮັບຟັງການລາຍງານ ການປະເມີນຜົນສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດເຮົາ, ປະເທດໃກ້ຄຽງ ແລະ ໃນໂລກ. ກອງປະຊຸມກໍ່ໄດ້ມີທິດຊີ້ນຳທີ່ຈະຜ່ອນຜັນຕື່ມອີກບາງມາດຕະການ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນ ໄດ້ກັບມາໃຊ້ຊີວິດຕາມປົກກະຕິເທື່ອລະກ້າວ, ລາຍລະອຽດຂໍໃຫ້ບັນດາທ່ານຕິດຕາມແຈ້ງການສະບັບໃໝ່ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີທີ່ຈະອອກໃນໄວໆນີ້.

ພ້ອມດຽວກັນ ກໍ່ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ມີຄວາມອົດທົນພະຍາຍາມ ເອົາໃຈໃສ່ຮ່ວມແຮງຮ່ວມໃຈກັນສືບຕໍ່ຈັດຕັ້ງປະຕິບັດຄຳແນະນຳ ແລະ ມາດຕະການຕ່າງໆ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ ເຖິງຈະບໍ່ບໍ່ພົບຜູ້ຕິດເຊື້ອໃໝ່ 32 ມື້ແລ້ວກໍ່ຕາມ.

ການຈັດຕັ້ງປະຕິບັດແຈ້ງການ 524/ຫສນຍ ກ່ຽວກັບການຜ່ອນຜັນບາງມາດຕະການ ຮອດວັນທີ 17 ພຶດສະພາ ນີ້ກໍ່ຍັງພຽງແຕ່ 2-3 ວັນ ແຕ່ຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ເອົາໃຈໃສ່ ວິທີປ້ອງກັນ ການຕິດເຊື້ອ ແລະ ວິທີຕ້ານການແຜ່ເຊື້ອພະຍາດ ເພື່ອສະກັດກັ້ນບໍ່ໃຫ້ມີກໍລະນີໃໝ່ເກີດຂຶ້ນ.

ປັດໄຈສໍາຄັນທີ່ສຸດ ແມ່ນຂຶ້ນກັບຄວາມຮັບຜິດຊອບຂອງທຸກພາກສ່ວນ ທີ່ເປີດການບໍລິການຄືນໃໝ່ ວ່າຈະປະຕິບັດມາດຕະການໄດ້ຖືກຕ້ອງ ເຂັ້ມງວດສ່ຳໃດ ແລະ ຂຶ້ນກັບພຶດຕິກໍາຂອງພວກເຮົາໝົດທຸກຄົນທີ່ຈະປັບປຸງວິຖີຊີວິດໃໝ່ຂອງຕົນ ຕາມຄຳແນະນຳຂອງຄະນະສະເພາະກິດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply