ລັດຖະບານ ໄດ້ແນະນໍາໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ເກັບລາຍຮັບໃນບັນດາຫົວໜ່ວຍກິດຈະການໃດບໍ່ຖືກຜົນກະທົບໂຄວິດ-19 ໃຫ້ໄດ້ຢ່າງຄົບຖ້ວນ, ຈໍາກັດ ການຮົ່ວໄຫຼ ໂດຍນຳໃຊ້ລະບົບການເກັບລາຍຮັບແບບທັນສະໄໝຢ່າງກວ້າງຂວາງຕື່ມ.
ຂໍ້ແນະນໍາດັ່ງກ່າວແມ່ນໄດ້ປຶກສາຫາລືໃນໂອກາດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2020 ທີ່ໄດ້ຈັດຂຶ້ນແຕ່ວັນທີ 21-22 ພຶດສະພາ 2020, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແລະ ກອງປະຊຸມກໍ່ໄດ້ພິຈາລະນາບັນຫາສໍາຄັນຕ່າງໆ, ເຊິ່ງໄດ້ຊີ້ນໍາໃຫ້ທະນາຄານ ແຫ່ງ ສປປ ລາວ ສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ແກ້ໄຂສະພາບພົ້ນເດັ່ນທາງດ້ານເສດຖະກິດ ເປັນຕົ້ນແມ່ນ: ການຄຸ້ມຄອງສະພາບອັດຕາ ແລກປ່ຽນ, ຮັກສາສະຖຽນລະພາບການເງິນ ແລະ ໄພເງິນເຟີ້ ໃຫ້ຢູ່ໃນລະດັບ ທີ່ສາມາດຄວບຄຸມໄດ້. ພ້ອມນັ້ນ ໃຫ້ຄົ້ນຄວ້ານະໂຍບາຍເງິນຕາ ເພື່ອຊຸກຍູ້ບັນດາທະນາຄານ ທຸລະກິດຊື້ພັນທະບັດໃໝ່ຂອງ ກະຊວງການເງິນຕື່ມອີກ; ຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວຂອງຫົວໜ່ວຍການເງິນຈຸລະພາກ ປະຕິບັດລະບຽບການ, ນະໂຍບາຍຕ່າງໆ ຢ່າງຖືກຕ້ອງ, ເຂັ້ມງວດ.
ພ້ອມດຽວກັນ ກໍ່ໃຫ້ເອົາໃຈໃສ່ ແລະ ຊີ້ນຳຢ່າງໃກ້ຊິດ ໃນການຊຸກຍູ້ຜະລິດສະບຽງອາຫານ, ຜະລິດເປັນສິນຄ້າ, ທ້ອງຖິ່ນໃດມີເງື່ອນໄຂ, ມີທ່າແຮງດ້ານໃດ ກໍ່ໃຫ້ລົງຊຸກຍູ້ ແລະ ນໍາພາປະຊາຊົນເຮັດຕົວຈິງເປັນຕົ້ນການປູກພືດ, ລ້ຽງສັດ ໃຫ້ເປັນຂະບວນ ແລະ ສ້າງເປັນໂຄງການລະອຽດໃນການພັດທະນາໃຫ້ເກີດປະໂຫຍດສູງສຸດ;
ຮີບຮ້ອນ ຄົ້ນຄວ້າມາດຕະການ ຊຸກຍູ້ສົ່ງເສີມການຜະລິດ ຂອງ ຫົວໜ່ວຍທຸລະກິດຂະໜາດນ້ອຍ-ກາງ (SME). ພ້ອມທັງ ສືບຕໍ່ຕິດຕາມ, ກວດກາ ແລະ ຄຸ້ມຄອງ ການສະໜອງສິນຄ້າອຸປະໂພກ, ບໍລິໂພກ ທີ່ມີຄວາມອ່ອນໄຫວຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ສາມາດຕອບສະໜອງໄດ້ກັບຄວາມຕ້ອງການຂອງປະຊາຊົນ, ຈໍາກັດການກັກຕຸນສິນຄ້າ ແລະ ສວຍໂອກາດຂຶ້ນລາຄາສິນຄ້າ ທີ່ບໍ່ສົມເຫດສົມຜົນ ໃນໄລຍະທີ່ພວກເຮົາພົບຄວາມຫຍຸ້ງຍາກ;
ສືບຕໍ່ກະກຽມ, ປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວໃຫ້ດີຂຶ້ນ, ມີຄວາມສະດວກວ່ອງໄວ ແລະ ລາຄາຖືກ ເພື່ອດຶງດູດການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ ພາຍຫຼັງສະພາບການລະບາດຂອງພະຍາດໂຄວິດ-19 ຢຸດຕິລົງ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ

