ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ–ຄະນະບັນຊາ, ພະນັກງານຫຼັກແຫຼ່ງກຳລັງປ້ອງກັນຊາດ–ປ້ອງກັນຄວາມສະຫງົບ ແຂວງອັດຕະປື, ເມື່ອບໍ່ດົນມານີ້.
ໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ເນັ້ນໃຫ້ການນຳພັກແຂວງ ແລະ ຄະນະພັກ–ຄະນະບັນຊາ ໃນກຳລັງປ້ອງກັນຊາດ–ປ້ອງກັນຄວາມສະຫງົບ ແຂວງອັດຕະປື ຈົ່ງພ້ອມກັນເສີມຂະຫຍາຍທາດແທ້ມູນເຊື້ອວີລະຊົນຂອງກຳລັງປະກອບອາວຸດປະຊາຊົນລາວປະຕິວັດ ເພື່ອເປັນບົດຮຽນ ແລະ ເປັນບ່ອນອີງໃນການໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນ ແລະ ຢາກເຮັດໄດ້ຄື ແນວນັ້ນຄະນະພັກ–ຄະນະບັນ ຊາທຸກຂັ້ນຕ້ອງເພີ່ມທະວີວຽກ ງານສຶກສາອົບຮົມການເມືອງ ນຳພາແນວຄິດຢ່າງເປັນປົກກະ ຕິເຮັດໃຫ້ພະນັກງານ–ນັກຮົບມີຄຸນ ທາດການເມືອງໜັກແໜ້ນມີ ຄຸນສົມບັດສີນທຳປະຕິວັດ, ຖືເອົາວຽກງານ ປກຊ–ປກສ ທົ່ວປວງຊົນຮອບດ້ານເປັນໜ້າທີ່ຂອງໝົດທຸກຄົນ.
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງໃນແຕ່ລະຂັ້ນຕ້ອງເປັນເສນາທິການໃຫ້ຄະນະພັກຂັ້ນເທິງ ເພື່ອເຮັດໃຫ້ຂອບເຂດຄວາມຮັບຜິດຊອບຂອງຕົນມີຄວາມສະຫງົບ ປອດໄພ 100%, ເພື່ອເປັນກຳລັງແຮງສັງລວມຂອງພັກ ກ່ຽວກັບຂົງເຂດວຽກງານ ປກຊ–ປກສ ທົ່ວປວງຊົນຮອບດ້ານ, ລວມທັງຖືເອົາວຽກງານ ອົບຮົມຫັດແອບເປັນສໍາຄັນ ຍູ້ແຮງການສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ ເພື່ອກະກຽມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II ໃນເຂດເລືອກຕັ້ງທີ່ 17 ແຂວງອັດຕະປື ໃຫ້ມີບັນຍາກາດຟົດຟື້ນ, ພ້ອມທັງ ຊຸກຍູ້ວຽກງານປ້ອງກັນຊາດ–ປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ: ວຽງຈັນທາຍ

