ລັດເຫັນດີເປີດຮ້ານບັນເທິງພ້ອມທັງ ສືບຕໍ່ປະຕິບັດບັນດາມາດຕະການຕ້ານພະຍາດໂຄວິດ-19  ອອກໄປອີກໝົດປີນີ້

ລັດເຫັນດີເປີດຮ້ານບັນເທິງພ້ອມທັງ ສືບຕໍ່ປະຕິບັດບັນດາມາດຕະການຕ້ານພະຍາດໂຄວິດ-19  ອອກໄປອີກໝົດປີນີ້

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການວັນທີ 31 ຕຸລາ ຜ່ານມານີ້ ວ່າ: ອະນຸຍາດໃຫ້ເປີດຮ້ານບັນເທິງ ແລະ ຮ້ານຄາາໂອເກະ ພ້ອມທັງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ,ຄວບຄຸມ, ສະກັດກັ້ນ ແລະ  ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄປອີກ 2 ເດືອນ ນັບແຕ່ ວັນທີ 01 ພະຈິກ ຫາ 31 ທັນວາ 2020 ເພື່ອປ້ອງກັນພະຍາດໂຄວິດ-19 ບໍ່ໃຫ້ກັບມາໃນ ສປປ ລາວ ອີກ, ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ:

ເຫັນດີເປີດຮ້ານບັນເທິງ ແລະ ຮ້ານຄາຣາໂອເກະ ເພື່ອຫຼຸດຜ່ອນຜົນກະທົບທາງດ້ານດໍາເນີນທຸລະກິດ ໂດຍໃຫ້ປະຕິບັດເວລາປິດ ຕາມດໍາລັດ ວ່າດ້ວຍການບັນເທິງສະບັບເລກທີ 315/ລຍ, ລົງວັນທີ 02 ຕຸລາ 2017 ແລະ ປະຕິບັດບັນດາມາດຕະການປ້ອງກັນເຊື້ອພະຍາດ, ການແຜ່ເຊື້ອ ແລະ ຮັກສາຄວາມສະອາດສະຖານທີ່ ຢ່າງເຂັ້ມງວດ.

ໃນນັ້ນ ຍັງເຫັນດີ ໃຫ້ສືບຕໍ່ປຶກສາຫາລືນະໂຍບາຍຜ່ອນຜັນການເດີນທາງເຂົ້າ-ອອກ ປະເທດ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ, ສປປ ລາວ ແລະ ຍີ່ປຸ່ນ ແລະ ສປປ ລາວ ກັບບັນດາປະເທດອາຊຽນທີ່ສະເໜີເຂົ້າມາໃໝ່.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຮູ້ອີກວ່າ: ໃຫ້ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້,

ສ່ວນດ່ານສາກົນ ສືບຕໍ່ປິດສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈຳເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສຳລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ.

ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບ ບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ COVID-19, ຍົກເວັ້ນນັກທ່ອງທ່ຽວເປັນກຸ່ມ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.

ສຳລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີ ຈາກຄະນະສະເພາະກິດ.

ຂ່າວ: ວຽງຈັນທາຍ 

ຮູບ: ເພັດໂພໄຊ

Related Articles

Leave a Reply