ລາຍຮັບຂອງປະຊາຊົນຢູ່ນະຄອນຫຼວງວຽງຈັນ ຈະ​ບັນລຸ 8.750 ໂດ​ລາ/ຄົນ/ປີ ນັບແຕ່ປີ 2021

ລາຍຮັບຂອງປະຊາຊົນຢູ່ນະຄອນຫຼວງວຽງຈັນ ຈະ​ບັນລຸ 8.750 ໂດ​ລາ/ຄົນ/ປີ ນັບແຕ່ປີ 2021

ໃນແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຕໍ່ໜ້າ (2021-2025), ນະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ວາງ​ມາດ​ຕະການ​ລວມ​ໂດຍ​ເນັ້ນ​ໃສ່ສົ່ງເສີມ​ຄວາມ​ຍືນ​ຍົງ ແລະ ຄວາມຫຼາກ​ຫຼາຍ​ຂອງ​ເສດຖະກິດ ແລະ ນຳ​ໃຊ້​ເສດຖະກິດ​ຫຼາຍ​ພາກສ່ວນ​ເຂົ້າ​ໃນ​ການ​ພັດທະນາ ເພື່ອຮັບປະກັນ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ໃຫ້​ໝັ້ນ​ທ່ຽງ ແລະ ທັງ​ສູ້​ຊົນ​ໃຫ້​ເສດຖະກິດ​ເຕີບ​ໂຕ​ໃນ​ອັດຕາ​ສະເລ່ຍ​ບໍ່​ໃຫ້​ຫຼຸດ 7- 8% ຕໍ່​ປີ, ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ຄາດ​ວ່າ​ຈະ​ບັນລຸ 356.600 ຕື້​ກີບ ສະເລ່ຍ​ຕໍ່​ຫົວ​ຄົນ​ບັນລຸ 8.750 ໂດ​ລາ.
ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ ດັ່ງກ່າວ ໂດຍແມ່ນທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ສະເໜີ​ທິດທາງ ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ IX (2021-2025) ຂອງ​ນະ​ຄອນ​ຫຼວງວຽງ​ຈັນ ຕໍ່​ກອງ​ປະຊຸມ​ສະໄໝ​ສາ ມັນ​ເທື່ອ​ທີ 10 ຂອງສະພາ​ ປະຊາຊົນນະຄອນຫຼວງທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ.
3 ເສົາຄໍ້າທີ່ຈະສົ່ງເສີມເສດຖະກິດໃນໄລຍະ5 ປີນີ້ ປະກອບມີ ຂະແໜງ​ກະສິກຳ​, ອຸດສາຫະກໍາ ແລະ ການບໍລິການ ຊຶ່ງຂະແໜງກະສິກໍາຈະຂະຫຍາຍຕົວ​ສະເລ່ຍ 4 – 4,5% ຕໍ່​ປີ, ຂະແໜງ​ອຸດສາຫະກຳ​ຂະຫຍາຍຕົວ​ສະເລ່ຍ 11,5 -12%ຕໍ່​ປີ ແລະ ຂະແໜງການ​ບໍລິ ການ​ຂະຫຍາຍຕົວ​ສະເລ່ຍ 6,5 – 7%ຕໍ່​ປີ.

ຂ່າວ: ແສງຈັນ

Related Articles

Leave a Reply