ລາຍຮັບຂອງປະຊາຊົນແຂວງບໍ່ແກ້ວສະເລ່ຍ 1.900 ກວ່າ​ ໂດ​ລາ ຕໍ່​ຄົນ​ຕໍ່​ປີ

ລາຍຮັບຂອງປະຊາຊົນແຂວງບໍ່ແກ້ວສະເລ່ຍ 1.900 ກວ່າ​ ໂດ​ລາ ຕໍ່​ຄົນ​ຕໍ່​ປີ

ກໍາ​ມະ​ການ​ສໍາ​ຮອງ​ສູນ​ກາງ​ພັກ, ເລ­ຂາ​ພັກ​ແຂວງ ເຈົ້າ­ແຂວງ ບໍ່​ແກ້ວ, ສະ­ຫາຍ ບົວ​ຄົງ ນາມ​ມະ​ວົງ ໄດ້ລາຍງານສະພາບທົ່ວໄປໃນ​ໄລ­ຍະ 5 ປີ­ຜ່ານ­ມາ (2016-2020) ຢູ່ແຂວງບໍ່ແກ້ວ ທີ່  ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ອົງ­ຄະ​ນະ​ພັກ ແຂວງ ບໍ່​ແກ້ວ ຄັ້ງ​ທີ VI ທີ່ໄດ້​ຈັດ​ຂຶ້ນ​ໃນ​ຕອນ ເຊົ້າ​ຂອງວັນ​ທີ 5 ຕຸ­ລາ ທີ່ຜ່ານມານີ້, ທີ່​ຫໍ​ປະ­ຊຸມ​ໃຫຍ່​ຂອງ​ແຂວງວ່າ: ການ​ເຕີບ​ໂຕ​ທາງ​ດ້ານ​ເສດ­ຖະ­ກິດ​ໃນ​ໄລ­ຍະ 5 ປີ­ຜ່ານ­ມາ (2016-2020) ພາຍໃນແຂວງບໍ່ແກ້ວ ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ ສະ­ເລ່ຍ 7,4% ຕໍ່​ປີ ລວມ​ຍອດ​ຜະ​ລິ​ຕະ​ພັນ​ພາຍ​ໃນ (GDP) ໃນ​ປີ 2019 ບັນ­ລຸ​ໄດ້ 3.181,82 ຕື້​ກີບ ລາຍ​ຮັບ​ສະ­ເລ່ຍ​ຕໍ່​ຫົວ​ຄົນ​ບັນ­ລຸ​ໄດ້ 1.900 ກວ່າ​ໂດ​ລາ​​ຕໍ່​ຄົນ​ຕໍ່​ປີ. ໄດ້ຂະ­ຫຍາຍ​ຕາ­ໜ່າງ​ໄປ­ສະ­ນີ, ໂທ­ລະ​ຄົມ­ມະ­ນາ­ຄົມ ໄປ​ສູ່​ເຂດ​ຊົນ­ນະ­ບົດ​ຫ່າງ​ໄກ​ສອກ­ຫຼີກ, ເຮັດ​ໃຫ້​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໄດ້​ນໍາ​ໃຊ້​ເຄືອ​​ຂ່າ​ຍ​ໂທ­ລະ­ສັບ ແລະ ອິນ​ເຕີ​ເນັດ​ກວມ​ເຖິງ 98% ຂອງ​ຈໍາ​ນວນ​ປະ­ຊາ­ກອນ​ທັງ​​ໝົດ​ໃນ​ທົ່ວ​ແຂວງ. ໄດ້ເອົາ­ໃຈ­ໃສ່​ເບິ່ງ­ແຍງ​ສຸ­ຂະ­ພາບ​ແມ່ ແລະ ເດັກ­ນ້ອຍ, ໂພ­ຊະ​ນາ​ການ, ສັກ​ຢາ​ກັນ​ພະ­ຍາດ​ໃຫ້​ແກ່​ກຸ່ມ​ເປົ້າ​ໝາຍ​ຢ່າງ​ທົ່ວ​ເຖິງ ເຮັດ​ໃຫ້​ອັດ­ຕາ​ການ​ຕາຍ​ຂອງ​ແມ່ ແລະ ເດັກ​ຫຼຸດ​ລົງ, ຍົກ​ລະ­ດັບ​ຄຸນ​ນະ​ພາບ ແລະ ຄວາມ​ທັນ​ສະ­ໄໝ​ຂອງ​ການ​ບໍ­ລິ­ການ​ຢູ່​ແຕ່​ລະ​ຂັ້​ນຢ່າງ​ຕໍ່​ເນື່ອງ.

ສະ­ຫາຍ ບົວ​ຄົງ ໃຫ້ຮູ້ຕື່ມວ່າ: ຂົງ­ເຂດ​ຖະ­ແຫຼງ​ຂ່າວ, ວັດ​ທະ​ນະ​ທໍາ ແລະ ທ່ອງ​ທ່ຽວ​ໄດ້​ຮັບ​ການ​ປັບ­ປຸງ​ໃຫ້​ມີ​ຄຸນ​ນະ​ພາບ​ດີ​ຂຶ້ນ ສາ­ມາດ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ ການ­ເຄື່ອນ­ໄຫວ​ຈັດ​ຕັ້ງ​ປະ­ຕິ­ບັດ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ, ລະ­ບຽບ, ກົດ­ໝາຍ​ຂອງ​ລັດ, ບົດ­ຮຽນ​ການ​ພັດ­ທະ­ນາ, ສາ­ລະ​ໜ້າ​ຮູ້ ແລະ ຄວາມ​ບັນເທີ​ງ​ໃຫ້​ແກ່​ສັງ­ຄົມ​ໂດຍ​ຜ່ານ​ພາ­ຫະ­ນະ​ສື່​ມວນ​ຊົນ​ຕ່າງໆ,

ເອົາ­ໃຈ­ໃສ່​ໃນ​ການ​ປົກ​ປັກ​ຮັກ­ສາ​ມໍ­ລະ­ດົກ​ທາງ​ດ້ານ​ວັດ​ທະ​ນະ​ທໍາ​ໃຫ້​ມີ​ຄວາມ​ຍືນ​ຍົງ, ສ້າງ​ຄອບ­ຄົວ​ວັດ­ທະ­ນະ­ທຳ ກວມ 73,17% , ສ້າງ​ບ້ານ​ວັດ­ທະ­ນະ­ທຳ​ກວມ 74,59%, ບ້ານ​ວັດ​ທະ​ນະ​ທໍາ​ກວມ 23,80%; ສົ່ງ­ເສີມ​ການ​ຈັດ​ງານ​ບຸນ​ປະ­ເພ­ນີ​ບັນ­ດາ­ເຜົ່າ ແລະ ​ງານ​ເທດ­ສະ­ການ​ຕ່າງໆ ຕິດ​ພັນ​ກັບ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ ແລະ ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້​ເພີ່ມ​ຂຶ້ນ​ຈາກ​ການ​ທ່ອງ​ທ່ຽວ. ການ​ພັດ­ທະ­ນາ​ຊົນ­ນະ­ບົດ​ຕາມ​ທິດ​ສາມ​ສ້າງ ໄດ້​ເຕົ້າ­ໂຮມ​ບ້ານ​ນ້ອຍ​ກາຍ­ເປັນ​ບ້ານ​ໃຫຍ່ ເຮັດ​ໃຫ້​ຈໍາ​ນວນ​ບ້ານ​ຫຼຸດ​ລົງ ເອົາ­ໃຈ­ໃສ່​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ, ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ ແລະ ສົ່ງ­ເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ, ຈັດ​ສັນ​ເນື້ອ​ທີ່​ທໍາ​ການ​ຜະ­ລິດ, ທີ່​ຕັ້ງ​ພູມ​ລໍາ​ເນົາ​ຄົງ​ທີ່ ມີ 5 ຈຸດ, ຄອບ­ຄົວ ແລະ ບ້ານ​ພັດ­ທະ­ນາ​ເພີ່ມ​ຂຶ້ນ ໃນ 5 ປີ­ຜ່ານ­ມາ​ ສາ­ມາດ​ສ້າງ​ບ້ານ​ພັດ­ທະ­ນາ​ໄດ້ທັງ​ໝົດ 98 ບ້ານ ແລະ ວຽກງານອື່ນໆ.

ຂ່າວ-ພາບ: ແສງ​ເພັດ ແຊ່​ຈ່າວ

Related Articles

Leave a Reply