ບໍລິສັດ ເຫຼັກຄູນເພັງ ວຽງຈັນຈຳກັດ ແລະ ບໍລິສັດ ອຸດສາຫະກຳເຫຼັກ ຄູນຄຳ ຈໍາກັດ, ເມື່ອບໍ່ດົນມານີ້, ໄດ້ສົ່ງອອກຜະລິດຕະພັນເຫຼັກເສັ້ນປ້ອງອ້ອຍຂະໜາດ 25 mm ທີ່ຜະລິດຈາກໂຮງງານຂອງເຂົາເຈົ້າ ຈໍານວນ 300 ໂຕນ ໄປນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ.
ການສົ່ງອອກຜະລິດຕະພັນເຫຼັກເສັ້ນດັ່ງກ່າວນີ້ ຖືວ່າເປັນຄັ້ງທໍາອິດ ຫຼື ຄັ້ງປະຫວັດສາດ ທີ່ເຫຼັກເສັ້ນທີ່ຜະລິດຢູ່ ສປປ ລາວ ຫຼື ເປັນຜະລິດຕະພັນທີ່ຄົນລາວຜະລິດ ທີ່ສົ່ງອອກຕ່າງປະເທດ.
ຕາງໜ້າສອງບໍລິສັດດັ່ງກ່າວ ທ່ານ ຈີ ຢົງ ກວນ (JI YONG QUAN) ໄດ້ກ່າວກ່ຽວກັບຜົນສໍາເລັດດັ່ງກ່າວວ່າ: ຜະລິດຕະພັນເຫຼັກເສັ້ນຂອງ ລາວ ແມ່ນໄດ້ຮັບການຢັ້ງຢືນຄຸນນະພາບມາດຕະຖານ SR24, SD30, SD40 ຈາກກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໄດ້ຮັບການຢັ້ງຢືນມາດຕະຖານ ISO 90012015. ເຫຼັກເສັ້ນທີ່ສົ່ງອອກ ເປັນຜະລິດຕະພັນທີ່ຜະລິດພາຍໃຕ້ການຮ່ວມມືລະຫວ່າງ ບໍລິສັດ ເຫຼັກຄູນເພັງ ວຽງຈັນ ຈຳກັດ ແລະ ບໍລິສັດ ອຸດສາຫະກຳເຫຼັກຄູນຄຳ ຈໍາກັດ, ຊຶ່ງທັງສອງບໍລິສັດ ໄດ້ເລີ່ມການຮ່ວມມືກັນຮອບດ້ານ ມາແຕ່ຕົ້ນປີ 2018, ໂດຍສະເພາະການຜະລິດ, ການຂາຍຜະລິດຕະພັນເຫຼັກ ແລະ ການບໍລິການຄົບວົງຈອນ ທີ່ໃຫ່ຍທີ່ສຸດໃນ ສປປ ລາວ.ໂຮງງານມີກຳລັງການຜະລິດ 300.000 ໂຕນ/ປີ ໂດຍມີເຫຼັກເສັ້ນກົມກ້ຽງຂະໜາດ 6mm, ເຫຼັກເສັ້ນປ້ອງອ້ອຍຂະໜາດ 6,5mm, ເຫຼັກເສັ້ນປ້ອງອ້ອຍຂະໜາດ 25 mm.
ຂໍ້ມູນ: ຂປລ

