ລາວໂຈະການອອກວີຊາ ສໍາລັບຜູ້ເດີນທາງມາຈາກປະເທດຕົ້ນທາງທີ່ມີການລະບາດ ຂອງພະຍາດໂຄວິດ-19 ຮອດທ້າຍປີ 2020 ນີ້

ລາວໂຈະການອອກວີຊາ ສໍາລັບຜູ້ເດີນທາງມາຈາກປະເທດຕົ້ນທາງທີ່ມີການລະບາດ ຂອງພະຍາດໂຄວິດ-19 ຮອດທ້າຍປີ 2020 ນີ້

ພາຍຫຼັງທີ່ພົບຜູ້ຕິດເຊື້ອພະຍາດໂຄວິດເພີ່ມໃໝ່ອີກຢູ່ລາວຈໍານວນ 14 ກໍລະນີໃນວັນທີ 22 ພະຈິກທີ່ຜ່ານມາທີ່ເດີນທາງມາແຕ່ຕ່າງປະເທດ ລັດຖະບານລາວໄດ້ມີການປຶກສາຫາລືກ່ຽວກັບມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກອງປະຊຸມສະໄໝສາມັນປະຈໍາເດືອນພະຈິກ 2020 ໂດຍຜົນຂອງການປຶກສາຫາລື ແລະ ມີການເຫັນດີ ໃຫ້ໂຈະການອອກວີຊາ ສໍາລັບຜູ້ເດີນທາງມາຈາກປະເທດຕົ້ນທາງທີ່ມີການລະບາດ ຂອງພະຍາດໂຄວິດ-19 ໃນຊຸມຊົນ ແຕ່ນີ້ຈົນເຖິງວັນທີ 31 ທັນວາ 2020, ໃຫ້ໂຈະການອະນຸມັດຖ້ຽວບິນເໝົາລໍາຈາກປະເທດທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ຍົກເວັ້ນຖ້ຽວບິນເພື່ອມະນຸດສະທໍາ, ສ່ວນຖ້ຽວບິນເໝົາລໍາຈາກປະເທດທີ່ບໍ່ມີການລະ ບາດຂອງ ພະຍາດດັ່ງກ່າວຍັງອະນຸຍາດ ແຕ່ຕ້ອງກວດກາຜູ້ໂດຍສານລະອຽດ, ເດັດຂາດບໍ່ໃຫ້ມີຜູ້ໂດຍສານຜ່ານ (Transit) ຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນ ມານໍາຖ້ຽວ ບິນເໝົາລຳດັ່ງກ່າວ, ໃຫ້ຈັດງານສະເຫຼີມສະຫຼອງວັນສໍາຄັນຂອງພັກ, ຂອງຊາດ, ງານບຸນປະເພນີ ຂອງບັນດາເຜົ່າ ແລະ ຈັດກິດຈະກໍາຕ່າງໆ ຂອງສັງຄົມແຕ່ຕ້ອງປະຕິບັດຕາມມາດ ຕະການໃນການ ປ້ອງກັນພະຍາດໂຄວິດ-19, ສໍາລັບ ບຸນກິນຈຽງຂອງບາງເຜົ່າ ໃຫ້ຈັດຢູ່ພາຍໃນຄອບຄົວ ແລະ ບ້ານ.
ຄະນະລັດຖະບານຍັງໄດ້ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມກັບພາກ ສ່ວນກ່ຽວຂ້ອງແຕ່ລະຂັ້ນ ເພີ່ມທະວີການໂຄສະນາເຜີຍແຜ່ ໃຫ້ທຸກຄົນໃນສັງຄົມກ່ຽວກັບພະຍາດນີ້, ໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ເພີ່ມທະວີການຕິດຕາມກວດກາຄົນເຂົ້າ-ອອກ ຕາມດ່ານຊາຍແດນ ເພື່ອຮັບປະກັນ ບໍ່ໃຫ້ມີການເຂົ້າ-ອອກແບບຊະຊາຍ ຫຼື ມີການລັກລອບເຂົ້າ-ອອກ ບໍ່ຜ່ານດ່ານຊາຍແດນ, ໃຫ້ອົງການປົກຄອງແຕ່ລະຂັ້ນ ເພີ່ມທະວີບົດບາດການຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ COVID-19 ໃນຂອບເຂດທີ່ຕົນຮັບຜິດຊອບ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນຮັບຊາບ ຢ່າງເປັນປົກກະຕິ ແລະ ທັນເວລາ.

ຂໍ້ມູນ: ຫ້ອງການ ສນຍ

Related Articles

Leave a Reply