ລາວໄດ້ຮັບໄຊຊະນະໃນການຕໍ່ສູ້ກັບສັດຕູທີ່ຮ້າຍກາດ, ເປັນເພັດສະຄາດທີ່ໄຮ້ສຽງ

ລາວໄດ້ຮັບໄຊຊະນະໃນການຕໍ່ສູ້ກັບສັດຕູທີ່ຮ້າຍກາດ, ເປັນເພັດສະຄາດທີ່ໄຮ້ສຽງ

ປະເທດລາວໄດ້ເປັນປະເທດປອດຈາກ ພະຍາດໂຄວິດ-19 ຫຼື ສັດຕູໂຕຮ້າຍກາດ ເປັນເພັດສະຄາດທີ່ໄຮ້ສຽງ ແລ້ວ, ນັ້ນໝາຍຄວາມວ່າ ບັ້ນຮົບທີ 1 ຫຼື ການປ້ອງກັນພະຍາດໂຄວິດ-19 ທີ່ໄດ້ເລີ່ມປະຕິບັດ ນັບແຕ່ມີຄໍາສັ່ງ 06/ນຍ, ທີ່ໄດ້ປະກາດອອກໃນວັນທີ 29 ມີນາ 2020 ແລະ ຄຳສັ່ງເລກທີ 07/ຄລສພ, ລົງວັນທີ 06 ເມສາ 2020 ຊຶ່ງເປັນຄຳສັ່ງ ທີ່ທຸກໆຄົນໃນສັງຄົມລາວ ເຂົ້າຮ່ວມຢ່າງເປັນຂະບວນການ ແລະ ມີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດນັ້ນ, ຈົນສາມາດຄວບຄຸມ ແລະ ສາມາດສະກັດກັ້ນພະຍາດດັ່ງກ່າວໄດ້ ຊຶ່ງມາຮອດມື້ນີ້ ວັນທີ 10 ມິຖຸນາ 2020 ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນປະເທດລາວເຮົາ ຕົວເລກໄດ້ກາຍເປັນເລກ 0 ແລ້ວ.

ລັດຖະບານລາວໄດ້ຈັດພິທີປະກາດໄຊຊະນະມື້ວານນີ້ ທີ່ນະຄອນຫຼວງວຽງຈັນກ່ຽວກັບການສາມາດຢັບຢັ້ງການແຜ່ເຊື້ອພະຍາດໂຄວິດ-19 ຢູ່ລາວໂດຍຕາງໜ້າລັດຖະບານ ນໍາໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະສະເພາະກິດ ເພື່ອປ້ອງກັນຄວບາຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫຼງໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ພວກເຮົາເຄີຍໃຊ້ຊື່ໃຫ້ເຊື້ອພະຍາດໂຄວິດ-19 ນີ້ວ່າ ‘‘ສັດຕູໂຕຮ້າຍກາດ ເປັນເພັດສະຄາດທີ່ໄຮ້ສຽງ’’ ແຕ່ມາຮອດມື້ນີ້ ວັນທີ 10 ມິຖຸນາ 2020 ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນປະເທດລາວເຮົາ ຕົວເລກໄດ້ກາຍເປັນເລກ 0 ແລ້ວ, ປະຊາຊົນລາວຈະໄດ້ຮັບຮູ້ຂ່າວນີ້ແລ້ວ ແຕ່ວັນທີ 9 ມິຖຸນາຜ່ານມາ ເພາະເປັນມື້ທີ່ກະຊວງສາທາລະນະສຸກ ໄດ້ປະກາດອະນຸຍາດໃຫ້ຜູ້ຕິດ ເຊື້ອ  ຄົນສຸດທ້າຍໄດ້ປິ່ນປົວຫາຍ ແລະ ອະນຸຍາດໃຫ້ກັບບ້ານ, ເຊິ່ງນີ້ບໍ່ສະເພາະແຕ່ເປັນຂ່າວດີ ເທົ່ານັ້ນແຕ່ຍັງເປັນຄວາມທະນົງໃຈຂອງຄົນລາວເຮົາໃນທົ່ວປະເທດ ນັບທັງຄົນເຊື້ອຊາດ ລາວທີ່ດຳລົງຊີວິດຢູ່ຕ່າງປະເທດອີກດ້ວຍ.

ທ່ານທອງລຸນໄດ້ກ່າວຕື່ມວ່າ: ຜົນສຳເລັດໃນການຮັບໄຊຊະນະຄັ້ງນີ້ ຍ້ອນວ່າພວກເຮົາໄດ້ມີມາດຕະການປ້ອງກັນແຕ່ຫົວທີ, ເຫັນຄວາມອັນຕະລາຍໄວ້ລ່ວງໜ້າ ແລະ ເລີ່ມສະກັດກັ້ນໄວ້ກ່ອນ ຄືພວກເຮົາເຄີຍໃຊ້ຄຳເວົ້າວ່າ: ປ້ອງກັນດີກວ່າແກ້ຫຼື ຕັດໄຟແຕ່ຕົ້ນລົມ, ການນຳຂັ້ນສູງສຸດ ໃຫ້ຄວາມສຳຄັນ ແລະ ມີການຊີ້ນຳເປັນປົກກະຕິ ແລະ ເປັນເອກະພາບສູງ ໃນການປະຕິບັດບັນດາມາດຕະການ ແລະ ໄດ້ຊີ້ນຳຢ່າງຈົດຈໍ່, ທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມ ໄດ້ເປັນກຳລັງແຮງໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດ ຊອບສູງແທ້, ປະຊາຊົນທຸກຖ້ວນໜ້າ ເຂົ້າຮ່ວມຢ່າງມີສະຕິ ດ້ວຍຄວາມເປັນເຈົ້າ, ດ້ວຍຄວາມຕື່ນຕົວສູງ, ລວມທັງປະກອບສ່ວນທາງດ້ານວັດຖຸຸປັດໄຈ, ກຳລັງແຮງ ທັງກາຍ ແລະ ໃຈ ຫຼາຍຮູບ ຫຼາຍວິທີ ທີ່ກວ້າງຂວາງ, ປະດິດສ້າງ ທີ່ອຸດົມສົມບູນ ເຂົ້າໃນການຕໍ່ສູ້ກັບ COVID-19 ນີ້ ຢ່າງເປັນຂະບວນຟົດຟື້ນ ດ້ວຍຄວາມເປັນຈິດໜຶ່ງໃຈດຽວ ແລະ ເສຍສະຫຼະ, ບັນດາໜ່ວຍງານທີ່ມີໜ້າທີ່ຮັບຜິດຊອບ ເຊັ່ນ: ຄະນະສະເພາະກິດທຸກຂັ້ນ, ທຸກລະດັບ, ພາຫະນະສື່ມວນຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານ ສາທາລະນະສຸກທຸກຂັ້ນ ເປັນຕົ້ນ: ແພດໝໍ ທີ່ໄດ້ຂະໜານນາມວ່າ: “ ເປັນນັກຮົບເສື້ອຂາວ, ຜູ້ປະຈັນບານ, …” ໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ແລະ ປະດິດສ້າງ, ພວກເຮົາໄດ້ຮັບການສະໜັບສະໜູນ ຢ່າງທັນການ ແລະ ມີປະສິດທິຜົນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ.

ມາຮອດມື້ນີ້ ໂຄວິດ-19 ຍັງແຜ່ເຊື້ອໄປຢ່າງກວ້າງຂວາງເກືອບທຸກປະເທດໃນທົ່ວໂລກ ແລະ ມີຜູ້ຕິດເຊື້ອທະລຸເຖິງ 7,3 ລ້ານກວ່າຄົນ, ມີຜູ້ເສຍຊີວິດເຖິງ 4,1 ແສນກວ່າຄົນ ນັບທັງປະເທດໃຫຍ່-ນ້ອຍ ແລະ ປະເທດທີ່ພັດທະນາແລ້ວ-ກໍາລັງພັດທະນາ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply