ລາວ ກໍາລັງດໍາເນີນການສໍາຫຼວດສາເຫດຂອງການປະລະການຮຽນໃນ 6 ແຂວງ

ລາວ ກໍາລັງດໍາເນີນການສໍາຫຼວດສາເຫດຂອງການປະລະການຮຽນໃນ 6 ແຂວງ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ອົງການຢູນີເຊັບ ແລະ ສະຫະພາບເອີຣົບ ປະຈໍາ ສປປ ລາວ ກໍາລັງດໍາເນີນການສໍາຫຼວດ ກ່ຽວກັບສາເຫດຂອງການປະລະການຮຽນ ສໍາລັບສົກປີສຶກສາ 2020-2021 ຢູ່ໃນ 6 ແຂວງທົ່ວປະເທດ ຄື: ແຂວງ ວຽງຈັນ, ໄຊຍະບູລີ, ຫຼວງພະບາງ, ຄໍາມ່ວນ, ເຊກອງ ແລະ ຈໍາປາສັກ.

ການສໍາຫຼວດໃນຄັ້ງນີ້ ຈະສາມາດຄົ້ນພົບ ແລະ ບອກເຖິງ ສາເຫດຂອງການເພີ່ມຂຶ້ນຂອງການປະລະການຮຽນໃນໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມສຶກສາ ໃນລະດັບຂັ້ນແຂວງ, ເມືອງ, ໂຮງຮຽນ ແລະ ບ້ານ, ຊຶ່ງການປະລະການຮຽນ ສົ່ງຜົນກະທົບຕໍ່ເດັກ ແລະ ໄວໜຸ່ມໃຫ້ຕ້ອງພົບກັບຄວາມລໍາບາກໃນການພັດທະນາຂີດຄວາມສາມາດຂອງຕົນ ເຮັດໃຫ້ມີໂອກາດໄດ້ວຽກເຮັດງານທໍາໜ້ອຍກວ່າຄົນອື່ນ, ສ້າງລາຍຮັບໄດ້ບໍ່ຫຼາຍ ແລະ ຕ້ອງໃຊ້ຊີວິດກັບຄວາມສ່ຽງ.

ສໍາລັບ ການສໍາຫຼວດສາເຫດຂອງການປະລະການຮຽນ ແມ່ນຈະຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາແບບຢືນຍົງສໍາລັບການສຶກສາ.

ຂໍ້ມູນ: Unicef Laos

Related Articles

Leave a Reply