ລາວ, ອິນເດຍ ເປີດໂຕສະແຕມໄປສະນີຮ່ວມກັນ, ໂດຍ ກຳນົດເອົາຮູບ “ວັດພູຈຳປາສັກ” ເປັນສື່ຄວາມໝາຍສາຍພົວພັນ

ລາວ, ອິນເດຍ ເປີດໂຕສະແຕມໄປສະນີຮ່ວມກັນ, ໂດຍ ກຳນົດເອົາຮູບ “ວັດພູຈຳປາສັກ” ເປັນສື່ຄວາມໝາຍສາຍພົວພັນ

ເນື່ອງໃນໂອກາດສະເຫຼີມສະຫຼອງມິດຕະພາບ 70 ປີ ລາວ-ອິນເດຍ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ສະຖານທູດອິນເດຍ ປະຈຳ ສປປ ລາວ ຈັດພິທີເປີດໂຕສະແຕມໄປສະນີ “ຄົບຮອບ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ” (ປີ 1956-2026) ຢ່າງເປັນທາງການ, ຈັດຂື້ນ ໃນວັນທີ 20 ພຶດສະພາ.

ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ໂລຫິດ ບັບບາ (Mr Rohit Babbar), ຜູ້ຮັກສາການແທນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.

ທ່ານ ແກ້ວວີສຸກ ກ່າວໃນພິທີວ່າ: ທັງສອງປະເທດໄດ້ເຫັນດີເປັນເອກະພາບກັນ ເລືອກເອົາຮູບ “ວັດພູຈຳປາສັກ” ມາເປັນລວດລາຍເທິງສະແຕມ, ຈຸດປະສົງ ເພື່ອສື່ເຖິງເນື້ອໃນຄວາມໝາຍແຫ່ງສາຍພົວພັນລະຫວ່າງ ສອງປະເທດ.

ເນື່ອງຈາກຜ່ານມາ ລັດຖະບານອິນເດຍ ໄດ້ໃຫ້ການສະໜັບສະໜູນໃນການບູລະນະ ແລະ ອະນຸລັກໂຄງສ້າງຫີນຂອງວັດພູຈໍາປາສັກ ໃຫ້ກັບຄືນມາສວຍງາມ, ທັງເປັນການຮ່ວມກັນເຜີຍແຜ່ມໍລະດົກໂລກ ແລະ ສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ ໃຫ້ເປັນທີ່ຮູ້ຈັກໃນລະດັບສາກົນ.

ຕະຫຼອດໄລຍະ 70 ປີ ທີ່ຜ່ານມາ, ລັດຖະບານອິນເດຍ ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ມາໂດຍຕະຫຼອດໃນຫຼາຍໆດ້ານ ເຊັ່ນ: ການເມືອງ, ເສດຖະກິດ ວັດທະນະທຳ, ການສຶກສາ, ການແພດ ແລະ ເຕັກໂນໂລຊີ ສະເພາະໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ອິນເດຍໄດ້ຊ່ວຍຝຶກອົບຮົມບຸກຄະລາກອນ ແລະ ສ້າງສູນຝຶກອົບຮົມຊັອບແວໃຫ້ແກ່ຝ່າຍລາວ.

ສະແຕມຊຸດນີ້ບໍ່ພຽງແຕ່ເປັນສັນຍາລັກພາຍໃນສອງປະເທດເທົ່ານັ້ນ ແຕ່ມັນຈະເດີນທາງໄປທົ່ວໂລກພ້ອມກັບຊອງຈົດໝາຍ ແລະ ພັດສະດຸຕ່າງໆ, ເຊິ່ງຈະເປັນສື່ກາງປະກາດ ໃຫ້ຊາວໂລກໄດ້ເຫັນເຖິງມິດຕະພາບອັນຍາວນານ ແລະ ສະໜິດແໜ້ນລະຫວ່າງ ລາວ ແລະ ອິນເດຍ.

Related Articles

Leave a Reply