ໄທ ມອບທຶນການສຶກສາລະດັບປະລິນຍາໂທ 22 ທຶນ ໃຫ້ແກ່ລາວ

 ໄທ ມອບທຶນການສຶກສາລະດັບປະລິນຍາໂທ 22 ທຶນ ໃຫ້ແກ່ລາວ

ລັດຖະບານໄທ ໄດ້ມອບທຶນການສຶກສາ ລະດັບປະລິນຍາໂທ ປະຈຳປີການສຶກສາ 2026 ໃຫ້ແກ່ພະນັກງານ-ລັດຖະກອນ ສປປ ລາວ ຈຳນວນ 22 ທຶນ ພາຍໃຕ້ແຜນການຮ່ວມມື ເພື່ອການພັດທະນາ ໄທ-ລາວ ສາຂາການພັດທະນາຊັບພະຍາກອນມະນຸດ ຜ່ານກົມການຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດແຫ່ງຣາຊະອານາຈັກໄທ.

ຈໍານວນ 22 ທ່ານ ທີ່ໄດ້ຮັບທຶນໃນຄັ້ງນີ້ ລ້ວນແຕ່ແມ່ນບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ເປັນກຳລັງຫຼັກແຫຼ່ງທີ່ມາຈາກໜ່ວຍງານລັດທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງ ສປປ ລາວ ເຊິ່ງຈະໄດ້ເດີນທາງໄປສຶກສາຕໍ່ໃນລະດັບປະລິນຍາໂທ ຢູ່ບັນດາມະຫາວິທະຍາໄລຊັ້ນນຳຕ່າງໆ ທີ່ປະເທດໄທ.

​​ການມອບທຶນການສຶກສາ ຄັ້ງນີ້ ແມ່ນສະທ້ອນໃຫ້ເຫັນເຖິງຄວາມໝາຍໝັ້ນຂອງລັດຖະບານໄທ ໃນການສະໜັບສະໜູນທຶນການສຶກສາໄລຍະຍາວ ແລະ ທຶນຝຶກອົບຮົມໄລຍະສັ້ນ ຕາມຄວາມຕ້ອງການຕົວຈິງຂອງລັດຖະບານ ສປປ ລາວ ເພື່ອຍົກລະດັບ ແລະ ພັດທະນາຊັບພະຍາກອນມະນຸດໃນທຸກມິຕິ, ທັງໝົດນີ້ ຖືເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການເປັນ “ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ” ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ສໍາລັບ ພິທີມອບທຶນການສຶກສາ ໃນຄັ້ງນີ້ ແມ່ນໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

​ແຫຼ່ງຂໍ້ມູນ: ສະຖານເອກອັກຄະຣາຊະທູດໄທ ປະຈຳ ວຽງຈັນ

Related Articles

Leave a Reply