ລະວັງ! ພົບໂຄສະນາຈັດສົ່ງແຮງງານ ໄປເຮັດວຽກຢູ່ມົງໂກນລີແບບຜິດກົດໝາຍ ຫຼື ບໍ່ມີມູນຄວາມຈິງ

ລະວັງ! ພົບໂຄສະນາຈັດສົ່ງແຮງງານ ໄປເຮັດວຽກຢູ່ມົງໂກນລີແບບຜິດກົດໝາຍ ຫຼື ບໍ່ມີມູນຄວາມຈິງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພົບເຫັນບໍລິສັດເອກະຊົນຈຳນວນໜຶ່ງໃດ້ອອກ ໂຄສະນາ ຜ່ານເຟສບຸກໃນການຈັດສົ່ງແຮງງານໄປເຮັດວຽກຢູ່ມົງໂກນລີແມ່ນ ແຕ່ການໂຄສະນາດັ່ງກ່າວແມ່ນບໍ່ມີມູນຄວາມຈິງ ເພາະ ປະເທດລາວບໍ່ມີການເຊັນສັນຍາໄປເຮັດວຽກຢູ່ປະເທດດັ່ງກ່າວ.

ເຈົ້າໜ້າທີ່ດ້ານແຮງງານລາວໄດ້ອອກມາເຕືອນສັງຄົມໃນມື້ວານນີ້ ພາຍຫຼັງທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ພົບການໂຄສະນາດັ່ງກ່າວ.

ອີງຕາມແຈ້ງເຕືອນດ່ວນເພສ ຫຼື ເຟສບຸກຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ຮູ້ວ່າ: ປະຈຸບັນລາວ ແລະ ມົງໂກລີຍັງບໍ່ມີສັນຍາແຮງງານໃນການຈັດສົ່ງແຮງງານໄປປະເທດດັ່ງກ່າວສະນັ້ນຂໍໃຫ້ປະຊາຊົນ, ຊາວໜຸ່ມລາວ ໃຫ້ມີສະຕິ ແລະ ຮັບຂໍ້ມູນດັ່ງກ່າວດ້ວຍຄວາມລະມັດລະວັງ.

ແຈ້ງເຕືອນຂ້າງເທິງນັ້ນ ຍັງໄດ້ ແນະນຳ ວິທີການປ້ອງກັນໂຕຈາກການໂຄສະນາຊວນເຊື່ອໃນລັກສະນະນີ້. ການຈະໄປເຮັດວຽກຢູ່ຕ່າງປະເທດຢ່າງຖືກຕ້ອງ ຕ້ອງຜ່ານ ບໍລິສັດຈັດຫາງານ ທີ່ໄດ້ຮັບອະນຸຍາດຢ່າງເປັນທາງການ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເທົ່ານັ້ນ!

ຫາກທ່ານໃດພົບເຫັນການໂຄສະນາແອບອ້າງ ຫຼື ຖືກກຸ່ມນາຍໜ້າເຖື່ອນຕົວະຍົວະຫຼອກລວງເອົາເງິນ, ສາມາດຮວບຮວມຫຼັກຖານ ແລະ ແຈ້ງຕໍ່ເຈົ້າໜ້າທີ່ ຫຼື ພາກສ່ວນກ່ຽວຂ້ອງທີ່ໃກ້ຄຽງທັນທີ.

Related Articles

Leave a Reply