ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດສ້າງຕຶກຜ່າຕັດຫຼັງໃໝ່ໃຫ້ແກ່ໂຮງໝໍເມືອງວິລະບູລີ

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດສ້າງຕຶກຜ່າຕັດຫຼັງໃໝ່ໃຫ້ແກ່ໂຮງໝໍເມືອງວິລະບູລີ

 ບໍລິສັດ ລ້ານຊ້າງ ມີເນ ໂຣນສ໌ ຈຳກັດໄດ້ໃຫ້ທຶນ ຈໍານວນ135,000 ໂດລາສະຫະລັດ ສ້າງຕຶກຜ່າຕັດຫຼັງໃໝ່ໃຫ້ແກ່ໂຮງໝໍເມືອງວິລະບູລີ ແຂວງສະຫວັນນະເຂດ ຊຶ່ງການກໍ່ສ້າງໄດ້ສໍາເລັດແລ້ວ ໂດຍມີພິທີມອບຮັບເມື່ອມໍ່ໆມານີ້.

ຕຶກດັ່ງກ່າວຖືກອອກແບບ ແລະ ຈັດສັນພື້ນທີ່ການໃຊ້ສອຍໃຫ້ສອດຄ່ອງກັບມາດຕະຖານການແພດຢ່າງຄົບຊຸດ ເຊິ່ງປະກອບມີ: ຫ້ອງຜ່າຕັດທົ່ວໄປ, ຫ້ອງຜ່າຕັດຕິດເຊື້ອ, ຫ້ອງກຽມກ່ອນຜ່າຕັດ, ຫ້ອງພັກຟື້ນ, ຫ້ອງແພດຍາມ, ຫ້ອງປ່ຽນເຄື່ອງຊາຍ-ຍິງ, ຫ້ອງເກັບເຄື່ອງເປື້ອນ, ຫ້ອງຊັກເຄື່ອງ, ຫ້ອງອົບເຄື່ອງ ແລະ ຫ້ອງເກັບເຄື່ອງອະເຊື້ອ ພ້ອມທັງຕິດຕັ້ງລະບົບໄຟຟ້າ ແລະ ນ້ຳປະປາທີ່ມີຄວາມທັນສະໄໝ ແລະ ປອດໄພສູງ.

Related Articles

Leave a Reply