ການຈັດຕັ້ງປະຕິບັດວຽກງານເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະ 4 ປີຜ່ານມາ, ນັບແຕ່ເປີດບໍລິການ ເມື່ອວັນທີ 3 ທັນວາ 2021, ທາງລົດໄຟລາວ-ຈີນໄດ້ປະເຊີນກັບສິ່ງທ້າທາຍທີ່ຮຸນແຮງ ເລີ່ມຈາກການ ແຜ່ລະບາດຂອງໂຄວິດ-19, ວິກິດການດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້ ແລະ ການຂາດແຄນ ນ້ຳມັນເຊື້ອໄຟ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມເດັດດ່ຽວຂອງລັດຖະບານ ແລະ ການຮ່ວມມືຢ່າງໃກ້ຊິດ ລະຫວ່າງລາວ-ຈີນ, ໂຄງການດັ່ງກ່າວຍັງສາມາດດຳເນີນການຕໍ່ເນື່ອງ ແລະ ບັນລຸຜົນສຳເລັດເກີນຄາດໝາຍ.
ໃນວັນທີ 7 ມັງກອນ 2026 ຜ່ານມານີ້, ສະຫາຍ ເຫຼັກໄຫຼ ສີວິໄລ, ກຳມະການສູນກາງພັກ, ເລຂາຄະນະ ບໍລິຫານງານພັກ ແລະ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ໃຫ້ສຳພາດພິເສດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ກ່ຽວກັບຜົນສຳເລັດ ອັນໂດດເດັ່ນຂອງທາງລົດໄຟລາວ-ຈີນທີ່ໄດ້ປ່ຽນແປງໂຄງສ້າງ ເສດຖະກິດແຫ່ງຊາດຢ່າງເລິກເຊິ່ງ.
ໃນໄລຍະ 4 ປີຜ່ານມາ, ທາງລົດໄຟລາວ-ຈີນໄດ້ສ້າງສະຖິຕິທີ່ໜ້າ ຈົດຈຳຄື: ດ້ານການຂົນສົ່ງຜູ້ໂດຍສານ, ພາຍໃນ ສປປ ລາວ ບັນລຸ 12 ລ້ານເທື່ອຄົນ, ຕະຫຼອດເສັ້ນທາງ (ວຽງຈັນ-ຄຸນໝິງ) ສູງເຖິງ 62 ລ້ານເທື່ອຄົນ; ດ້ານການຂົນສົ່ງສິນຄ້າ: ສະເພາະໃນ ສປປ ລາວ ສາມາດລຳລຽງສິນຄ້າໄດ້ 16 ລ້ານໂຕນ, ຕະຫຼອດເສັ້ນທາງຕົວເລກການຂົນສົ່ງສິນຄ້າສູງເຖິງ 72 ລ້ານ ໂຕນ, ປະລິມານການຂົນສົ່ງສິນຄ້າໄດ້ເພີ່ມຂຶ້ນຈາກ 2.23 ລ້ານໂຕນໃນປີ 2022 ເປັນ 4.78 ລ້ານໂຕນໃນປີ 2024, ສະແດງໃຫ້ເຫັນເຖິງການເຕີບໂຕທີ່ຕໍ່ເນື່ອງ., ຫົວຈັກຫຼັກຕົ້ນຕໍດ້ານການທ່ອງທ່ຽວ ແລະ ເສດ ຖະກິດທາງລົດໄຟລາວ-ຈີນໄດ້ກາຍເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວສາກົນ, ໂດຍສາມາດດຶງດູດນັກ ທ່ອງທ່ຽວເຂົ້າມາລາວໄດ້ເຖິງ 12.5 ລ້ານຄົນ, ສ້າງລາຍຮັບເງິນຕາຕ່າງປະເທດກວ່າ 2.6 ຕື້ໂດລາ. ເສັ້ນທາງນີ້ໄດ້ເຊື່ອມບັນດາເມືອງທ່ອງທ່ຽວຕາມແລວທາງ ເຊັ່ນ: ນະຄອນຫຼວງວຽງຈັນ, ເມືອງມໍລະ ດົກໂລກຫຼວງພະບາງ, ສິບສອງພັນນາ ແລະ ເມືອງຄຸນໝິງ, ເຮັດໃຫ້ການເດີນທາງມີຄວາມສະດວກ ສະບາຍຫຼາຍຂຶ້ນ ແລະ ຊຸກຍູ້ການພັດທະນາອຸດສາຫະກໍາການບໍລິການຕາມແລວເສັ້ນທາງ.
ລົດໄຟ ລາວ-ຈີນໄດ້ກາຍເປັນ ການຂັບເຄື່ອນສຳຄັນທີ່ຊຸກຍູ້ການສົ່ງອອກສິນຄ້າກະສິກໍາຂອງລາວ ໂດຍສະເພາະໄປຍັງ ຕະຫຼາດຈີນ, ຫຼຸດຜ່ອນຕົ້ນທຶນການຂົນສົ່ງ ແລະ ຮັກສາຄຸນນະພາບສິນຄ້າໄດ້ດີຂຶ້ນ ແລະ ຈະຫັນປ່ຽນ ສປປ ລາວ ເປັນສູນກາງເຊື່ອມໂຍງພາກພື້ນ. ເສັ້ນທາງ ລົດໄຟນີ້ ໄດ້ຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງ ອອກສູ່ທະເລໄປສູ່ການເປັນປະເທດເຊື່ອມໂຍງ ເຊື່ອມຈອດຢ່າງແທ້ຈິງ. ລົດໄຟ EMU “ຂະບວນລ້ານຊ້າງ” ໄດ້ກາຍເປັນໃບໜ້າໃໝ່ຂອງປະເທດລາວ ແລະ ຊ່ວຍພັດທະນາຊັບພະຍາກອນທ່ອງທ່ຽວ, ກະສິກໍາ, ແຮ່ທາດ ແລະ ການກໍ່ສ້າງຕົວເມືອງຕາມແລວທາງ.
ສະຫາຍ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: ເພື່ອສືບຕໍ່ຂະຫຍາຍໝາກຜົນດັ່ງກ່າວ ລັດຖະບານໄດ້ວາງແຜນ ຍຸດທະສາດທີ່ຕັ້ງໜ້າໃນໄລຍະ 5 ປີຕໍ່ໜ້າ (2026-2030) ຄື: ນັກທ່ອງທ່ຽວສາກົນຕັ້ງເປົ້າໃຫ້ບັນລຸ 22 ລ້ານຄົນ, ຄາດຄະເນລາຍຮັບປະມານ 8 ຕື້ໂດລາ, ນັກທ່ອງທ່ຽວພາຍໃນສູ້ຊົນໃຫ້ໄດ້ 11 ລ້ານເທື່ອຄົນ, ຄາດຄະເນລາຍຮັບ 5 ຕື້ໂດລາ, ການຂະຫຍາຍໂຄງຂ່າຍ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງ ຈະສືບຕໍ່ຍົກ ລະດັບການເຊື່ອມຕໍ່ລະຫວ່າງທາງລົດໄຟ ລາວ-ໄທ ແລະ ລາວ-ຈີນໃຫ້ມີຄວາມຄ່ອງຕົວ ແລະ ກາຍເປັນສູນກາງໂລຈິສຕິກຂອງພາກພື້ນ. ເສັ້ນທາງໃໝ່ຄາດວ່າຈະເລີ່ມລົງມືກໍ່ສ້າງທາງລົດໄຟລາວ-ຫວຽດນາມ (ໄລຍະແຂວງຄຳມ່ວນ ຫາ ຊາຍແດນຫວຽດນາມ) ໃນຕົ້ນປີນີ້ ແລະ ເລີ່ມສຶກສາຄວາມເປັນໄປໄດ້ໃນການ ສ້າງທາງລົດໄຟວຽງຈັນ-ປາກເຊ ເພື່ອເຊື່ອມຕໍ່ລົງສູ່ພາກໃຕ້.
ຫຼັງຈາກ 4 ປີຂອງການດຳເນີນງານ, ທາງລົດໄຟລາວ-ຈີນບໍ່ພຽງແຕ່ເປັນເສັ້ນທາງຂົນສົ່ງທີ່ທັນສະໄໝເທົ່ານັ້ນ, ແຕ່ຍັງເປັນຫົວຈັກຫຼັກທີ່ສຳຄັນໃນການຊຸກຍູ້ການເຕີບໂຕເສດຖະກິດ, ການທ່ອງທ່ຽວ ແລະ ການເຊື່ອມຕໍ່ພາກພື້ນ. ເສັ້ນທາງລົດໄຟລາວ-ຈີນ ເປັນທັງເສັ້ນທາງມິດຕະພາບ, ເສັ້ນທາງພັດທະນາທີ່ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນສອງຊາດ ແລະ ກຳລັງຫັນປ່ຽນ ສປປ ລາວ ໃຫ້ກາຍເປັນສູນກາງເຊື່ອມຈອດການຄົມມະນາຄົມຂອງພາກພື້ນຢ່າງແທ້ຈິງ.

