ສຕລ ກຽມຈັດແຂ່ງຂັນບານເຕະ ເພື່ອຄຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ໃນເດືອນພະຈິກ ໜ້ານີ້

ສຕລ ກຽມຈັດແຂ່ງຂັນບານເຕະ ເພື່ອຄຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ໃນເດືອນພະຈິກ ໜ້ານີ້

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ກຽມຈັດການແຂ່ງຂັນບານເຕະ ເພື່ອຄຳນັບ ຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ, ຊຶ່ງການແຂ່ງຂັນ ຈະເລີ່ມແຕ່ວັນທີ 07-21 ພະຈິກ 2020 ໂດຍຈະມີການຖ່າຍທອດສົດຜ່ານທາງໂທລະພາບ ແລະ ຖ່າຍທອດສົດຜ່ານລິ້ງຖ່າຍທອດສົດ Mycujoo.
ສໍາລັບ ທີມທີ່ຊະນະເລີດຂອງການແຂ່ງຂັນ ທັງປະເພດຍິງ ແລະ ຊາຍ ຈະໄດ້ຮັບເງິນລາງວັນ 100.000.000 ກີບ ພ້ອມຫຼຽນຊະນະເລີດ ແລະ ຂັນລາງວັນຊະນະເລີດ 1 ໜ່ວຍ, ສ່ວນທີມຮອງຊະນະເລີດຈະໄດ້ຮັບເງິນລາງວັນ 40.000.000 ກີບ ແລະ ຫຼຽນຮອງຊະນະເລີດ.
ການແຂ່ງຂັນບານເຕະຄັ້ງນີ້ ປະກອບມີທີມຊາຍ ແລະ ທິມຍິງ ໂດຍທີມຊາຍ ມີ 18 ທີມເຂົ້າຮ່ວມແຂ່ງຂັນຄື: ນະຄອນຫຼວງວຽງຈັນ ແລະ 17 ແຂວງ; ສ່ວນ ທີມຍິງມີ 8 ທີມເຂົ້າຮ່ວມແຂ່ງຂັນປະກອບມີ: ນະຄອນຫຼວງ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.
ສະຖານທີ່ຈັດການແຂ່ງຂັນແມ່ນຈະຈັດຢູ່ທີ່ ນະຄອນຫຼວງວຽງຈັນ ໂດຍຈະໃຊ້ ສະໜາມກິລາແຫ່ງຊາດຫຼັກ 16, ສະໜາມກິລາຫຍ້າທຽມ ສຕລ, ສະໜາມກິລາກອງທັບ ແລະ ສະໜາມກິລາມະຫາວິທະຍາໄລແຫ່ງຊາດ.
ພິທີຈັບສະຫຼາກການແຂ່ງຂັນດັ່ງກ່າວ ໄດ້ຈັດຂຶ້ນວັນທີ 7 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມ ຂອງ ສຕລ
ໂດຍມີ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປີກແຫ່ງຊາດລາວ, ທ່ານ ສົມພູ ພົງສາ, ມີປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວີເພັດ ສີຫາຈັກຣ ພ້ອມດ້ວຍຄະນະ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ. 

ຂ່າວ: ວຽງຈັນທາຍ

ຮູບ: ສຕລ 

Related Articles

Leave a Reply