ສປປ ລາວ ມີເງື່ອນໄຂຄົບຖ້ວນຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ

ສປປ ລາວ ມີເງື່ອນໄຂຄົບຖ້ວນຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ

ນັບແຕ່ປີ 2026 ເປັນຕົ້ນໄປ ສປປ ລາວ ໄດ້ຖືກອົງການສະຫະປະຊາຊາດ ຕົກລົງໃຫ້ເປັນປະເທດ ທີ່ໄດ້ມີເງື່ອນໄຂຄົບຖ້ວນຕາມມາດຕະຖານຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ການທີ່ອົງການຈັດຕັ້ງດັ່ງກ່າວມີມະຕິອອກມາແບບນີ້, ໝາຍຄວາມວ່າ ໂລກໄດ້ຮັບຮູ້ຄວາມພະຍາຍາມຂອງ ລັດ ຖະບານລາວ, ຂອງຊາດລາວ ທີ່ພັກປະຊາຊົນ ປະຕິວັດລາວ ນໍາພາ, ທຸ່ມເທກໍາລັງແຮງ, ກໍາລັງຊັບ, ກໍາລັງໃຈ ຂອງປະຊາຊົນລາວທັງຊາດ ທີ່ຍາດເອົາມາໄດ້ຕະຫຼອດ 50 ປີ ແຫ່ງການພັດທະນາປະເທດຊາດຢ່າງຕໍ່ເນື່ອງ ແລະ ບໍ່ລົດລະ ຈຶ່ງເຮັດໃຫ້ປະເທດຊາດເຮົາ ບັນລຸບາດກ້າວສໍາຄັນ ແລະ ຕໍ່ຈາກນີ້ໄປ ພວກເຮົາ ຕ້ອງສືບຕໍ່ຮ່ວມແຮງຮ່ວມໃຈກັນ ປົກປັກຮັກສາສະຖານະພາບນີ້ໄວ້ ແລະ ຕັດສິນໃຈຕໍ່ຍອດ ເພື່ອສ້າງປະເທດເຮົາ ໃຫ້ເດີນໜ້າກ້າວຂຶ້ນ ໃນບາດກ້າວຕໍ່ໄປ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມເຜີຍແຜ່, ເຊື່ອມຊຶມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເມື່ອບໍ່ດົນມານີ້ວ່າ: ໃນຖານະທີ່ເປັນຄົນລາວ, ແນ່ນອນວ່າ ຖືເປັນຄວາມພາກພູມໃຈ, ຄວາມເອກ ອ້າງທະນົງໃຈ ທີ່ຊາດເຮົາໄດ້ຜ່ານພົ້ນຈາກການທີ່ຍາມໃດຊາດເຮົາກໍຖືກຕິດປ້າຍຂອງຄວາມເປັນປະເທດ ດ້ອຍພັດທະນາ ຢູ່ຕະຫຼອດມາ, ພາຍໃຕ້ການນໍາພາຂອງພັກ ໂດຍຄວາມມີໃຈສູ້ຊົນຜ່ານຜ່າ ຂອງ ປະຊາ ຊົນລາວບັນດາເຜົ່າ, 50 ປີ ແຫ່ງການສູ້ຊົນບຸກບືນ, 40 ປີ ແຫ່ງການຈັດຕັ້ງປະຕິບັດ ແນວທາງປ່ຽນ ແປງໃໝ່ ຂອງພັກ ທີ່ ປະທານ ໄກສອນ ພົມວິຫານ ແລະ ການນໍາຮຸ່ນກໍ່ຕັ້ງ ໄດ້ສ້າງໄວ້ໃຫ້ພວກເຮົາເດີນຕາມ.

ສະນັ້ນ, ກົມການເມືອງສູນກາງພັກ ຈຶ່ງໄດ້ອອກມະຕິ 04 ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ຂຶ້ນປະກາດໃຊ້. ນີ້ຄືຍຸດທະສາດການຮອງຮັບບັນດາຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ແລະ ໜຶ່ງໃນນັ້ນ ກໍຮອງຮັບການທີ່ປະເທດເຮົາຈະຖືກຂີດເສັ້ນໃໝ່ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນານັ້ນເອງ, ມະຕິ ສອຈ ແມ່ນການສ້າງພູມຕ້ານທານໃໝ່, ສ້າງຄວາມເປັນເຈົ້າໃຫ້ປະເທດເຮົາລຸກຂຶ້ນໄດ້, ເດີນໜ້າໄປໄດ້ດ້ວຍລຳແຂ່ງ, ລໍາຂາ ຂອງຕົນເອງ ເພື່ອສ້າງບາດກ້າວເດີນທີ່ໜັກແໜ້ນ. ພວກເຮົາຈະບໍ່ສືບຕໍ່ເປັນປະເທດ “ເພິ່ງພາ, ເກາະຫ້ອຍ” ອີກຕໍ່ໄປ, ສ້າງຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເສັ້ນທາງ ຈະຕ້ອງເປັນທາງທີ່ມີຄວາມຕ້ອງການຢ່າງພາວະວິໄສ, ເປັນແນວທາງທີ່ຄົນລາວຍຸກນີ້ ແລະ ຍຸກຕໍ່ໄປຕ້ອງຢຶດຖືຢ່າງໝັ້ນໜຽວ, ນີ້ຄືກຽດສັກສີຂອງຊາດລາວວິລະຊົນ, ຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາຖະໜາ ຂອງຄົນລາວຜູ້ຮັກຊາດ, ແນ່ນອນວ່າ ສປປ ລາວ ເຮົາຍັງໄດ້ຮັບໄລຍະຂ້າມຜ່ານ ແຕ່ປີ 2026 ເຖິງ 2029, ໄລຍະ 4 ປີ ຍັງເຫຼືອ, ພວກເຮົາຕ້ອງຂຸ້ນຂ້ຽວສ້າງພູມຕ້ານທານ, ສ້າງເງື່ອນໄຂຂອງຕົນ ພາຍຫຼັງ 2030 ເປັນຕົ້ນໄປ, ດ້ວຍການຍັງສາມາດຮັບການຮ່ວມມືຊ່ວຍເຫຼືອ ແລະ ນະໂຍບາຍຜ່ອນຜັນຕ່າງໆ ໄດ້ຕື່ມອີກ. ສິ່ງສໍາຄັນກວ່າໝູ່, ສອຈ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະນໍາພວກເຮົາແກ້ໄຂບັນຫາ ທ້າທາຍ ແລະ ກ້າວໄປສູ່ບັນໄດຂັ້ນຕໍ່ໄປໃຫ້ໜັກແໜ້ນເຂັ້ມແຂງ. ສະຖານະການພາຍໃນ ແລະ ສະພາບຂອງໂລກ ໄດ້ເລັ່ງທວງໃຫ້ພວກເຮົາຕ້ອງລຸກຂຶ້ນ ກ້າວເດີນຕໍ່ໄປຢ່າງບໍ່ຢຸດຢັ້ງ, ດັ່ງນັ້ນ ການຜັນຂະຫຍາຍໃຫ້ເປັນອັນລະອຽດຂອງມະຕິ XII ຈະບໍ່ສາມາດປະປ່ອຍໃຫ້ຊັກຊ້າ, ເສຍເວລາຕໍ່ໄປອີກ, ຕ້ອງຍູ້ແຮງການປະຕິບັດຢ່າງຖືກຕ້ອງ, ມີປະສິດທິຜົນສູງ, ຮັບຜິດຊອບສູງ ແລະ ດ້ວຍຄວາມໄວສູງ, ຢືນຢູ່ຕໍ່ໜ້າຄວາມເຄັ່ງຮ້ອນ ຂອງສະພາບແວດລ້ອມ ທີ່ມີທັງຄວາມທ້າທາຍ ແລະ ມີທັງກາລະໂອກາດ, ຢືນຢູ່ຕໍ່ໜ້າ ຄວາມຮັບຜິດຊອບຕໍ່ພັກ, ຕໍ່ປະເທດຊາດ ແລະ ພວກເຮົາຕ້ອງອາດຫານກ້າວຂຶ້ນ.

ຂ່າວ-ພາບ: ສຳນານ

Related Articles

Leave a Reply