ສະພາປະຊາຊົນຂັ້ນແຂວງ ແລ​ະ ມາດ​ຕະ​ຖານ​ ຂອງ ​ສ​ະມາ​ຊິກ​ສະ​ພ​າ​ປະ​ຊາ​ຊົນຂັ້ນ​ແຂວງ

ສະພາປະຊາຊົນຂັ້ນແຂວງ ແລ​ະ ມາດ​ຕະ​ຖານ​ ຂອງ ​ສ​ະມາ​ຊິກ​ສະ​ພ​າ​ປະ​ຊາ​ຊົນຂັ້ນ​ແຂວງ

ມາ​ຮູ້​ຈັກ​ກັບ ສະພາປະຊາຊົນຂັ້ນແຂວງ, ມາດ​ຕະ​ຖານ, ສິດ ແລະ​ ໜ້າ​ທີ່​ ຂອງ​ສ​ະມາ​ຊິກ​ສະ​ພ​າ​ປະ​ຊາ​ຊົນຂັ້ນ​ແຂວງ ກ່ອນ​ທ່ານ​ຈະ​ໄປ​ໃຊ້​ສິດ​ເລືອກ​ຕັ້ງເອົາ ສະ​ມາ​ຊິກ​ສະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນ​ ວັນທີ 22 ກຸມພາ 2026.

ສະພາປະຊາຊົນຂັ້ນແຂວງ        ໄດ້ຮັບການສ້າງຕັ້ງຂື້ນໂດຍຜ່ານການເລືອກຕັ້ງຂອງປະຊາຊົນ

ບັນດາເຜົາ ໃນນະຄອນຫຼວງ ແລະ ແຂວງ, ມີທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ, ໂຄງປະກອບ ຄ້າຍຄືສະພາແຫງຊາດ.

ສະພາປະຊາຊນຂັ້ນແຂວງແມນຫຍງ ແລະ ມີ່ັ້, ພາລະບດບາດແນວໃດ?

ສະພາປະຊາຊົນຂັ້ນແຂວງ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງ ປະຊາຊົນລາວ ບັນດາເຜົາ, ເປັນອົງການອຳນາດລັດຢູ່ທ້ອງຖິ່ນ ປະຕິບັດພາລະບົດບາດ ພິຈາລະນາ, ຮັບຮອງເອົານິຕິກຳທີ່ມີຜົນບັງຄັບທົ່ວໄປ, ຕົກລົງບັນຫາສຳຄັນພື້ນຖານຂອງທ້ອງຖິ່ນ ແລະ ຕິດຕາມ ກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂອງ ບັນດາອົງການລັດໃນທ້ອງຖິ່ນ.

ທີ່ຕັ້ງ ຂອງສະພາປະຊາຊົນຂັ້ນແຂວງ ແມນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງ ປະຊາຊົນລາວບັນດາເຜົ່າ ແລະ ເປັນອົງການອຳນາດລັດຢູ່ນະຄອນຫຼວງ, ແຂວງ.

ສະພາປະຊາຊົນຂັ້ນແຂວງ  ມີ​ພ​າ​ລະ​ບົດ​ບາດ ​ຄື​ດັ່ງ​ນີ້: (1)  ພິຈາລະນາ  ແລະ ຮັບຮອງເອົາ ນິຕິກຳທີ່ມີຜົນບັງຄັບທົ່ວໄປຂອງທ້ອງຖິ່ນ (ນິຕິກຳທີ່ມີຜົນບັງຄັບທົ່ວໄປ ໝາຍເຖິງ ມະຕິ

, ຂໍ້ຕົກລົງ ແລະ ຄຳສັ່ງ ທີມີຜົນບັງຄັບທົ່ວໄປ ຂອງນະຄອນຫຼວງ ແລະ ແຂວງ); (2) ຕົກລົງບັນຫາ

ສຳຄັນພື້ນຖານຂອງທ້ອງຖິ່ນ (ທາງດ້ານເສດຖະກິດ-ສັງຄົມ, ການປົກຄອງ ແລະ ບຸກຄະລາກອນ ທີ່ ດຳລົງຕຳແໜ່ງສຳຄັນຂອງທ້ອງຖິ່ນ) ແລະ (3) ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະ ທຳມະນູນ ແລະ ກົດໝາຍ ຂອງບັນດາອົງການລັດໃນທ້ອງຖິ່ນ.

ສະພາປະຊາຊົນຂັ້ນແຂວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.  ສິດ ແລະ ໜ້າທີ່ ດ້ານນິຕິກຳ ແມ່ນ ການພິຈາລະນາ, ຮັບຮອງເອົາ ນິຕິກຳທີ່ມີຜົນບັງຄັບທົ່ວ ໄປ ເຊັ່ນ: ມະຕິ, ຂໍ້ຕົກລົງ, ຄຳສັ່ງ ແລະ ອື່ນໆ ທີ່ມີຜົນບັງຄັບທົ່ວໄປ;

2. ສິດ   ແລະ   ໜ້າທີ່   ດ້ານການຕົກລົງບັນຫາສຳຄົນພື້ນຖານຂອງທ້ອງຖິ່ນ   ແມ່ນ   ການ

ພິຈາລະນາ ຕົກລົງ ກ່ຽວກັບ ການປັບປຸງ, ສັບຊ້ອນ ກົງຈັກ ແລະ ບຸກຄະລາກອນ ທີ່​ດຳລົງຕຳແໜ່ງ ໃນອົງການອຳນາດລັດ ຢູ່ນະຄອນຫຼວງ, ແຂວງ; ພິຈາລະນາ ຕົກລົງກ່ຽວກັບ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ເງິນຕາ 5 ປີ ແລະ ປະຈຳປີ ຂອງນະຄອນຫຼວງ, ແຂວງ.

3. ສິດ ແລະ ໜ້າທີ ດ້ານການຕິດຕາມກວດກາ ແມ່ນການປະເມີນ ການຈັດຕັ້ງປະຕິບັດລັດຖະ ທຳມະນູນ ແລະ ກົດໝາຍ ກໍ່ຄື ມະຕິ, ຂໍ້ຕົກລົງ ແລະ ຄໍາສັງ ຢູ່ນະຄອນຫຼວງ, ແຂວງ; ການປະຕິບັດ

ໜ້າທີ່ ຂອງບັນດາບຸກຄະລາກອນ ທີ່ສະພາປະຊາຊົນຂັ້ນແຂວງ ເປັນຜູ້ເລືອກຕັ້ງ ແລະ ພີຈາລະນາ ຮັບຮອງເອົາ ການສະເໜີ ການແຕ່ງຕັ້ງ.

ສະພາປະຊາຊນຂັ້ນແຂວງ  ໂຄງປະກອບ ດັ່ງນີ້:

1.  ສະມາຊິກສະພາປະຊາຊົນຂັ້ນແຂວງ;

2. ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;

3. ປະທານ, ຮອງປະທານ ສະພາປະຊາຊົນຂັ້ນແຂວງ;

4. ຄະນະກໍາມະການສະພາປະຊາຊົນຂັ້ນແຂວງ;

5. ຫ້ອງວ່າການສະພາປະຊາຊົນຂັ້ນແຂວງ.

•  ສະມາຊິກສະພາປະຊາຊົນຂັ້ນແຂວງແມ່ນໃຜ? ແລະ ມີມາດຕະຖານແນວໃດ?

ສະມາຊິກສະພາປະຊາຊົນຂັ້ນແຂວງ ແມ່ນ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງ ປະຊາຊົນລາວບັນດາເຜົ່າ ຊຶ່ງແມ່ນພົນລະເມືອງລາວເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາ ຂອງປະຊາຊົນ ໂດຍຜ່ານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ສະຫະພັນກໍາມະບານ ລາວ, ສະຫະພັນແມ່ຍິງລາວ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຂັ້ນແຂວງ.

• ສະມາຊິກສະພາປະຊາຊົນຂັ້ນແຂວງ ມີມາດຕະຖານ ດັ່ງນີ້:

1.  ເປັນພົນລະເມືອງລາວ ໂດຍກໍາເນີດ;

2. ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ຕັ້ງຕໍ່ບໍລິສຸດ

ຕໍ່ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມ ອົດທົນ, ປະຢັດ, ຊືສັດ, ທ່ຽງທໍາ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອໍານາດ ເດັດດຽວຕ້ານການສໍ້ລາດ ບັງຫຼວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີ ໃນການປະຕິບັດກົດໝາຍ;

3. ກໍາແໜ້ນ ແລະ ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການ, ລັດຖະທໍາມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເຮັດໃຫ້ປະຊາຊົນ ຮັ່ງມີ

ຜາສຸກ, ປະເທດຊາດມັ້ງຄັ້ງ ເຂັ້ມແຂງ, ສັງຄົມມີຄວາມສາມັກຄີ ປອງດອງ ປະຊາທິປະໄຕ ຍຸຕິທໍາ ແລະ ສີວິໄລ;

4. ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄ້ວາມີຄໍາເຫັນຕໍ່ບັນຫາສໍາຄັນພື້ນຖານຂອງ ປະເທດ ຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້;

5. ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂື້ນໄປ, ຮູ້ນໍາໃຊ້ໄອທີ ແລະ ມີວິຊາສະເພາະ

ໃດໜຶ່ງ;

6. ມິສຸຂະພາບດີ.

•  ສະມາຊິກສະພາປະຊາຊົນຂັ້ນແຂວງ ມີສິດ ແລະ ໜ້າທີ່ ດັ່​ງນີ້:

1.  ຄົ້ນຄ້ວາ,  ຮໍ່າຮຽນ  ແລະ  ເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງ  ນະໂຍບາຍ,

ລັດຖະທໍາມະນູນ, ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ ແລະ ມະຕິກອງປະຊຸມສະພາ ປະຊາຊົນຂັ້ນແຂວງ, ເຄົາລົບ ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ;

2. ໂຄສະນາ ເຜີຍແຜ່, ປຸກລະດົມ ປະຊາຊົນລາວບົນດາເຜົ່າ ແລະ ຊັ້ນຄົນ ໃຫ້ເຊື່ອມຊຶມ

ແລະ   ເຂົ້າຮ່ວມໃນການປະຕິບັດແນວທາງ ນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ, ມະຕິກອງ ປະຊຸມສະພາແຫ່ງຊາດ ແລະ ມະຕິກອງປະຊຸມສະພາປະຊາຊົນຂັ້ນແຂວງ, ແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂັ້ນທ້ອງຖິ່ນ;

3. ເຂົ້າຮ່ວມກອງປະຊຸມສະພາປະຊາຊົນຂັ້ນແຂວງ  ຢ່າງເປັນປົກກະຕິ;  ໃນກໍລະນີທີ່ບໍ່ສາ

ມາດເຂົ້າຮ່ວມກອງປະຊຸມໄດ້ ຍ້ອນສາເຫດຈໍາເປັນໃດໜຶ່ງ ຕ້ອງສະເໜີຢ່າງເປັນລາຍລັກອັກ ສອນ

ເພື່ອຂໍອະນຸຍາດນໍາປະທານຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;

4. ຄົ້ນຄວ້າ ແລະ ກະກຽມເນື້ອໃນ ເພື່ອປະກອບຄໍາເຫັນໃນກອງປະຊຸມ ແລະ ລົງຄະແນນ

ສຽງດ້ວຍຄວາມຮັບຜິດຊອບສູງ;

5. ຊັກຖາມ ປະທານຄະນະກໍາມະການປົກຄອງ ນະຄອນຫຼວງ, ແຂວງ; ຫົວໜ້າພະແນກ, ຫົວໜ້າອົງການລັດທຽບເທົ່າພະແນກ   ຂັ້ນແຂວງ,   ປະທານຄະນະກໍາມະການປົກຄອງ   ເມືອງ,

ນະຄອນ; ປະທານສານປະຊາຊົນ, ຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງ, ແຂວງ, ປະທານອົງການກວດກາລັດຂັ້ນແຂວງ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ, ປະທານອົງການກວດສອບປະຈໍາພາກ;

6.  ໃກ້ຊິດຕິດແທດ, ພົບປະ, ຮັບຕ້ອນປະຊາຊົນ, ລາຍງານການເຄືອນໄຫວວຽກງານ ຕໍ່ ປະຊາຊົນໃນເຂດເລືອກຕັ້ງຂອງຕົນ, ເກັບກໍາ ແລະ ນໍາເອົາຄວາມຄິດຄວາມເຫັນ ແລະ ຄໍາສະເໜີ ຂອງປະຊາຊົນ ເພື່ອສະເໜີຕໍ່ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ພິຈາລະນາ, ແກ້ໄຂ ທັງຕິດຕາມຜົນການແກ້ໄຂ;

7. ໃຫ້ຄໍາປຶກສາ  ແລະ  ຄໍາແນະນໍາແກ່ພົນລະເມືອງ  ກ່ຽວກັບການຍື່ນຄໍາຮ້ອງທຸກ  ແລະ

ບັນຫາທີ່ຕິດພັນກັບຜົນປະໂຫຍດຂອງປະຊາຊົນ;

8. ເຂົ້າຮ່ວມ ກອງປະຊຸມ, ການເຄື່ອນໄຫວ ແລະ ຂະບວນການຕ່າງໆ ເປັນຕົ້ນ ຂະບວນ ການແຂງຂັນຮັກຊາດ ແລະ ພັດທະນາ, ວຽກງານສາມສ້າງ ໃນທ້ອງຖິ່ນ;

9. ໄດ້ຮັບ ຫຼື ສະເໜີເອົາ ຂໍ້ມູນ ຂ່າວສານ ທີ່ຈໍາເປັນຈາກພາກສ່ວນທີ່ກ່ຽວຂ້ອງ ໃນການ ປະຕິບັດໜ້າທີ່ຂອງຕົນ;

10. ສະຫຼຸບ   ລາຍງານ  ການເຄື່ອນໄຫວວຽກງານຂອງຕົນໃນແຕ່​ລະໄລຍະ  ເປັນລາຍລັກ

ອັກສອນ ໃຫ້ຄະນະກໍາມະການສະພາປະຊາຊົນຂັ້ນແຂວງ ທີ່ຕົນສັງກັດ;

11. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ແຫຼ່ງ​ຂ່າວ: ສະ​ພາ​ແຫ່ງ​ຊາດ

ຄັດ​ຈ້ອນ​ໂດຍ: ມະ​ນີ​ຈັນ

Related Articles

Leave a Reply