ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026), ສະມາຄົມຫັດ ຖະກຳລາວ ໄດ້ຈັດງານສະເຫຼີມສະຫຼອງວັນດັ່ງກ່າວຢູ່ຕຳນັກຜ້າໄໝລາວບູຮານ ເມື່ອມໍ່ໆມານີ້, ໂດຍມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ ປະທານຄະນະທີ່ປືກສາສະມາຄົມ ຫັດຖະກຳລາວ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນາທໍາ ແລະ ການທ່ອງທ່ຽວ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສະຫະພັນສູນກາງແມ່ຍິງລາວ ພ້ອມດ້ວຍບັນດາການນຳພັກ-ລັດ, ພັນລະຍາການນຳຂັ້ນສູງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ: ໄດ້ກ່າວປາໄສຫວນຄືນປະຫວັດຄວາມເປັນມາຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ, ເຊິ່ງເລີ່ມ ຕົ້ນມາຈາກການສ້າງຕັ້ງ “ໜ່ວຍຄົ້ນຄວ້າວຽກງານແມ່ຍິງ” ຂັ້ນສູນກາງ ໃນວັນທີ 20 ກໍລະກົດ 1955, ກ່ອນຈະພັດທະ ນາກາຍມາເປັນສະມາຄົມແມ່ຍິງລາວຮັກຊາດ ແລະ ປ່ຽນຊື່ເປັນ “ສະຫະພັນແມ່ຍິງລາວ” ໃນປີ 1984. ຕະຫຼອດໄລຍະຜ່ານມາ, ແມ່ຍິງລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດປົດປ່ອຍຊາດ ແລະ ການພັດທະນາປະ ເທດຊາດ, ເປັນກຳລັງແຮງອັນສຳຄັນໃນທຸກຂົງເຂດວຽກງານ.
ນອກນັ້ນ, ພາຍໃນງານເພື່ອສ້າງບັນຍາກາດທີ່ເບີກ ບານມ່ວນຊື່ນ, ຄະນະຮັບຜິດຊອບໄດ້ຈັດກິດຈະກຳການແຂ່ງຂັນກິລາພື້ນບ້ານ ແລະ ພື້ນເມືອງ 4 ລາຍການ ທີ່ເຕັມໄປດ້ວຍຄວາມສາມັກຄີ, ພ້ອມທັງມີການມອບລາງວັນພິເສດຕ່າງໆ ທີ່ມີມູນຄ່າລວມປະມານ 40 ລ້ານກີບ. ນອກ ຈາກນີ້, ຜູ້ເຂົ້າຮ່ວມງານຍັງໄດ້ມີໂອກາດທ່ຽວຊົມວິຖີຕະ ຫຼາດບຸຮານ, ສິນຄ້າຫັດຖະກຳ, ກະສິກຳ ແລະ ລິ້ມລົດອາຫານພື້ນເມືອງລາວ.
ງານສະເຫຼີມສະຫຼອງໃນຄັ້ງນີ້, ໄດ້ຮັບການສະໜັບສະ ໜູນຢ່າງອົບອຸ່ນຈາກບັນດາຫົວໜ່ວຍທຸລະກິດ ແລະ ຜູ້ປະ ກອບການຫຼາຍພາກສ່ວນ ເພື່ອຮ່ວມກັນສ້າງຂະບວນການໃຫ້ມີຄວາມໝາຍ ແລະ ປະທັບໃຈ.
ພິທີໄດ້ປິດລົງຢ່າງຈົບງາມດ້ວຍການຮ່ວມພາເຂົ້າສາ ມັກຄີ ແລະ ການຟ້ອນລຳວົງລາວຍ້ອນຍຸກ ໂດຍວົງດົນຕີຈາກກອງພັນໃຫຍ່ ຈໍ 661.
ທີ່ມາແຫຼ່ງຂໍ້ມູນຂ່າວ: ນົກແກ້ວ

