ສະມາຄົມອຸດສາຫະກໍາຕັດຫຍິບລາວເຜີຍແຜ່ວິທີປ້ອງກັນເຊື້ອພະຍາດໂຄວິດ-19 ໃຫ້ບັນດາໂຮງງານຕັດຫຍິບລາວ

ສະມາຄົມອຸດສາຫະກໍາຕັດຫຍິບລາວເຜີຍແຜ່ວິທີປ້ອງກັນເຊື້ອພະຍາດໂຄວິດ-19 ໃຫ້ບັນດາໂຮງງານຕັດຫຍິບລາວ

​ສະ​ມາ​ຄົມອຸດສາຫະກໍາຕັດຫຍິບລາວ ໄດ້ຈັດຝຶກອົບຮົມ ຫົວຂໍ້ “ການຄວບຄຸມ, ການປ້ອງກັນສະກັດກັ້ນ ແລະ ວິທີການຂັ້ນຕອນຂ້າເຊື້ອພະຍາດໂຄວິດ-19” ໃຫ້ຫົວໜ້າຫໍພັກແຮງງານ ໃນໂຮງງານຕັດຫຍິບລາວ ໃນຕອນເຊົ້າມື້ນີ້ວັນທີ 24 ມີນາ 2021 ທີ່ນະຄອນຫຼວງວຽງຈັນ.

ຈຸດປະສົງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການກະກຽມຄວາມພ້ອມໃຫ້ ສາມາດຮັບມືກັບສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງບັນດາໂຮງງານອຸດສາຫະກໍາຕັດຫຍິບລາວ ແລະ ຮູ້ຈັກກັບວິທີຄວບຄຸມ, ປ້ອງກັນ, ສະກັດກັ້ນ, ວິທີແກ້ໄຂ ແລະ ຂັ້ນຕອນຂ້າເຊື້ອພະຍາດໂຄວິດ-19 ເພື່ອຫຼີກລ້ຽງບໍ່ໃຫ້ບັນດາໂຮງງານຕັດຫຍິບລາວ ໄດ້ຮັບຜົນກະທົບຈາກເຊື້ອພະຍາດດັ່ງກ່າວ.

ສໍາລັບການຈັດຝຶກອົບຮົມຄັ້ງນີ້ ມີນັກສຳມະນາກອນ ຈຳນວນ 20 ຄົນທີ່ ມາຈາກໂຮງງານຕັດຫຍິບຕ່າງໆ ໃນນະຄອນຫຼວງວຽງຈັນ, ສະເໜີ ໂດຍ ທ່ານ ອຈ ທອງຊະນະ ສຸວັນລາສີ ຈາກຄະນະພະຍາບານສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ແລະ ໄດ້ຮັບການສະໜັບສະໜູນຈາກກະ​ຊວງ​ຮ່ວມ​ມື​ດ້ານ​ເສ​ດ​ຖະ​ກິດແລະ ການ​ພັດ​ທະ​ນາ​ຂອງ​ສະ​ຫະ​ພັນເຢຍລະມັນ (​BMZ).

ຂາ່ວ: ວຽງຈັນທາຍ

Related Articles

Leave a Reply