ຕັ້ງແຕ່ເລີ່ມເປີດ “ສູນຕ້ານການຫຼອກລວງທາງອອນລາຍ AOC 1533” ໃນທ້າຍປີ 2025 ຈົນຮອດປັດຈຸບັນ, ທາງສູນໄດ້ຮັບແຈ້ງເຫດ 700 ກວ່າຄັ້ງ ແລະ ປິດຄະດີໄດ້ແລ້ວ 300 ກວ່າກໍລະນີ, ອີງຕາມການລາຍງານຈາກ ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ.
ກອງປະຊຸມສະຫຼຸບຜົນງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030) ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຂື້ນ ໃນວັນທີ 21 ເມສາ.

ໃນກອງປະຊຸມ, ທ່ານ ປອ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານຜົນສຳເລັດທີ່ພົ້ນເດັ່ນໃນໄລຍະ 5 ປີຜ່ານມາ ເຊິ່ງເຫັນໄດ້ເຖິງການຂະຫຍາຍຕົວຂອງລະບົບບໍລິຫານລັດແບບດິຈິຕອນຢ່າງເປັນຮູບປະທຳ, ມີດັ່ງນີ້:
-ລະບົບຫ້ອງການທັນສະໄໝ: ລະບົບ E-office ຂະຫຍາຍໄປ 44 ຫ້ອງການ (13,2 ພັນບັນຊີ) ແລະ ລະບົບ Email ພາກລັດ ມີຜູ້ໃຊ້ກວ່າ 5,5 ພັນ ບັນຊີ.
-ການສື່ສານພາກລັດ: ລະບົບ G-Chat ແລະ G-Share/G-Drive ມີຜູ້ນຳໃຊ້ລວມກັນຫຼາຍສິບພັນບັນຊີ ເພື່ອເພີ່ມປະສິດທິພາບໃນການເຮັດວຽກຮ່ວມກັນ.
-ຄວາມປອດໄພໄຊເບີ: ຜົນງານທີ່ໂດດເດັ່ນແມ່ນການເປີດໃຊ້ ສູນຕ້ານການຫຼອກລວງທາງອອນລາຍ AOC 1533 ເຊິ່ງຕັ້ງແຕ່ເປີດຕົວໃນທ້າຍປີ 2025 ມາຮອດປັດຈຸບັນ ສາມາດຮັບແຈ້ງເຫດໄດ້ 700 ກວ່າຄັ້ງ ແລະ ປິດຄະດີໄດ້ແລ້ວ 300 ກວ່າກໍລະນີ.
-ການຄຸ້ມຄອງຄື້ນຄວາມຖີ່: ເຈົ້າໜ້າທີ່ໄດ້ເຂັ້ມງວດໃນການກວດກາ ແລະ ຢຶດອຸປະກອນສື່ສານຜ່ານດາວທຽມວົງໂຄຈອນຕ່ຳ (LEO) ທີ່ລັກລອບນຳເຂົ້າຢ່າງຜິດກົດໝາຍ.
ສຳລັບທິດທາງແຜນການ 5 ປີຕໍ່ໜ້າ (2026-2030): ຂັບເຄື່ອນເສດຖະກິດ-ສັງຄົມດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ວາງເປົ້າໝາຍຍຸດທະສາດເພື່ອຫັນປະເທດໄປສູ່ຍຸກອຸດສາຫະກຳ 4.0 ໂດຍເນັ້ນໃສ່:
1) ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ: ຊຸກຍູ້ໃຫ້ມີການຂະຫຍາຍຕົວແບບກ້າວກະໂດດ.
2) ປະຍຸກໃຊ້ປັນຍາປະດິດ (AI): ນຳໃຊ້ AI ແລະ ດິຈິຕອນທີ່ທັນສະໄໝເຂົ້າໃນທຸກຂະແໜງການເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ.
3) ຄວາມປອດໄພສູງ: ເນັ້ນການພັດທະນາລະບົບທີ່ມີຄວາມປອດໄພ ເພື່ອສ້າງຄວາມເຊື່ອໝັ້ນໃນການຫັນເປັນລັດຖະບານດິຈິຕອນ.

