ບາງຄົນອາດຍັງບໍ່ທັນໄດ້ເຂົ້າໃຈແຈ້ງກ່ຽວກັບສະມາຊິກສະພາແຫ່ງຊາດ, ມີມາດຕະຖານ, ສິດ ແລະ ໜ້າທີ່ແນວໃດ?
ຂໍ້ມູນລຸ່ມນີ້ ຈະຊ່ວຍໃຫ້ບັນດາທ່ານຮັບຮູ້ໄດ້ດີຂື້ນເຊັ່ນວ່າ:
1) ສະມາຊິກສະພາແຫ່ງຊາດແມ່ນໃຜ? ມີມາດຕະຖານແນວໃດ?
• ສະມາຊິກສະພາແຫ່ງຊາດ ແມ່ນ ຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ລາວບັນດາເຜົາ ຊຶ່ງແມ່ນ ພົນລະເມືອງລາວເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາຂອງ ປະຊາຊົນ ໂດຍຜ່ານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.
• ຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ຕ້ອງມີມາດຕະຖານຄົບຖ້ວນ ດັ່ງນີ້:
1. ເປັນພົນລະເມືອງລາວ ໂດຍກຳເນີດ;
2. ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົ່ງຮັກພັກດີ ແລະ ຕັ້ງຕໍ່ບໍລິສຸດ ຕໍ່
ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ສັດຊື່, ທ່ຽງທຳ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອຳນາດ, ເດັດດ່ຽວຕ້ານການສໍ້
ລາດບັງຫຼວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ;
3. ກຳແໜ້ນ ແລະ ຍຶດໝັ້ນ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການ, ລັດຖະທຳມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເຮັດໃຫ້ປະຊາຊົນ ຮັ່ງມີ ຜາສຸກ, ປະເທດຊາດມັ້ງຄັ້ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີ ປອງດອງ ປະຊາທິປະໄຕ ຍຸດຕິທຳ ແລະ ສີວິໄລ;
4. ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າ, ມີຄໍາເຫັນ ຕໍ່ ບັນຫາສໍາຄັນພື້ນຖານ
ຂອງ ປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້;
5. ມີລະດັບການສຶກສາ ຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ຮູ້ນໍາໃຊ້ໄອທີ ແລະ ມີວິຊາສະເພາະ
ໃດໜຶ່ງ;
6. ມີສຸຂະພາບດີ.
2) ສະມາຊິກສະພາແຫ່ງຊາດ ມີສິດ ແລະ ໜ້າທີ່ ແນວໃດ?
• ສະມາຊິກສະພາແຫ່ງຊາດ ມີສີດ ແລະ ໜ້າທີ່ ດັ່ງນີ້:
1. ຄົ້ນຄວ້າ, ເຊື່ອມຊຶມ ແລະ ເປັນແບບຢ່າງ ໃນການຈັດຕັ້ງປະຕິບັດ ແນວທາງ ນະໂຍບາຍ,
ລັດຖະທຳມະນູນ, ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ ແລະ ມະຕິກອງປະຊຸມຄະນະປະຈຳ
ສະພາແຫ່ງຊາດ, ເຄົາລົບ ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນ;
2. ໂຄສະນາ ເຜີຍແຜ່, ປຸກລະດົມ ປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນ ໃຫ້ເຊື່ອມຊຶມ ແລະ
ເຂົ້າຮ່ວມໃນການປະຕິບັດ ແນວທາງ ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ມະຕິກອງປະຊຸມສະພາ ແຫ່ງຊາດ ແລະ ກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ແລະ ແຜນງົບປະມານແຫ່ງລັດ, ເຂົ້າຮ່ວມ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ໃຫ້ຮູ້ ແລະ ເຂົ້າໃຈ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ຂອງສະມາຊິກສະພາ ແຫ່ງຊາດ;
3. ເຂົ້າຮ່ວມກອງປະຊມສະພາແຫ່ງຊາດຢ່າງເປັນປົກກະຕິ; ໃນກໍລະນີ ບໍ່ສາມາດເຂົ້າຮ່ວມ ກອງປະຊຸມໄດ້ ຍ້ອນສາເຫດຈຳເປັນໃດໜຶ່ງ ຕ້ອງສະເໜີຢ່າງເປັນລາຍລັກອັກສອນ ເພື່ອຂໍ ອະນຸຍາດນຳປະທານຄະນະປະຈຳສະພາແຫ່ງຊາດ;
4. ຄົ້ນຄວ້າ ແລະ ກະກຽມ ເນື້ອໃນ ເພື່ອປະກອບຄຳເຫັນໃນກອງປະຊຸມ ແລະ ລົງຄະແນນ ສຽງດ້ວຍຄວາມຮັບຜິດຊອບສູງ;
5. ຊັກຖາມ ປະທານ, ຄະນະປະຈາສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ,
ສະມາຊິກ ລັດຖະບານ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດ ກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ປະທານ ອົງການກວດສອບແຫ່ງລັດ ໃນກອງປະຊຸມສະພາແຫ່ງຊາດ;
6. ລາຍງານການເຄື່ອນໄຫວວຽກງານ ຕໍ່ປະຊາຊົນໃນເຂດເລືອກຕັ້ງຂອງຕົນ ແລະ ເຂົ້າຮ່ວມກອງ
ປະຊຸມຄົບຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຂອງຕົນ;
7. ໃກ້ຊິດຕິດແທດ, ພົບປະ, ຮັບຕ້ອນ ປະຊາຊົນ, ເກັບກຳ ແລະ ນຳເອົາຄວາມຄິດຄວາມເຫັນ ແລະ ຄຳສະເໜີຂອງປະຊາຊົນ ເພື່ອສະເໜີຕໍ່ ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ພາກສ່ວນອື່ນ ທີ່ກ່ຽວຂອງ ພິຈາລະນາ, ແກ້ໄຂ ທັງຕິດຕາມຜົນການແກ້ໄຂ;
8. ໃຫ້ຄຳປຶກສາ ແລະ ຄຳແນະນຳແກ່ພົນລະເມືອງ ກ່ຽວກັບ ການຍື່ນຄຳຮ້ອງທຸກ ແລະ
ບັນຫາຕ່າງໆ ທີ່ຕິດພັນກັບຜົນປະໂຫຍດຂອງປະຊາຊົນ;
9. ເຂົ້າຮ່ວມ ກອງປະຊຸມ, ການເຄື່ອນໄຫວ ແລະ ພິທີທີ່ສຳຄັນຕ່າງໆ ຂອງອົງການຈັດຕັ້ງ ພັກ
, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງ
ສັງຄົມ ຕາມການເຊີນ ຫຼື ໂດຍໜ້າທີ່;
10. ໄດ້ຮັບ ຫຼື ສະເໜີເອົາ ຂໍ້ມູນ ຂ່າວສານ ທີ່ຈຳເປັນຈາກພາກສ່ວນທີ່ກ່ຽວຂອງ ໃນການປະຕິບັດໜ້າທີ່ຂອງຕົນ;
11. ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານຂອງຕົນໃນແຕ່ລະໄລຍະ ເປັນລາຍລັກອັກ
ສອນ ໃຫ້ກຳມາທິການທີ່ຕົນສັງກັດ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຂອງ
ຕົນ. ສຳລັບຜູ້ເປັນ ທັງສະມາຊິກສະພາປະຊາຊົນຂັ້ນແຂວງ ຍັງຕ້ອງລາຍງານສະພາປະຊາຊົນຂັ້ນແຂວງ ທີ່ຕົນເປັນສະມາຊິກອີກດ້ວຍ;
12. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
3) ການສິ້ນສຸດ ການເປັນສະມາຊິກສະພາແຫ່ງຊາດ ມີແນວໃດ?
• ການເປັນສະມາຊິກສະພາແຫ່ງຊາດ ຈະສິ້ນສຸດລົງໃນກໍລະນີ ດັ່ງນີ້:
1. ໝົດອາຍຸການຂອງສະພາແຫ່ງຊາດຊຸດນັ້ນ;
2. ລາອອກດ້ວຍເຫດຜົນຈຳເປັນ;
3. ບໍ່ສາມາດປະຕິບັດໜ້າທີ່ໄດ້ ດ້ວຍເຫດຜົນທາງດ້ານສຸຂະພາບ ໂດຍມີການຢັ້ງຢືນຈາກ
ຄະນະແພດ;
4. ໄປປະຕິບັດໜ້າທີ່ຢູຕ່າງປະເທດ ຫຼື ສຶກສາຢູ່ ພາຍໃນ ຫຼື ຕ່າງປະເທດ ເປັນປະຈຳ ແຕ່ ສາມປີ
ຂື້ນໄປ;
5. ຖືກປົດອອກຈາກການເປັນສະມາຊິກສະພາແຫ່ງຊາດ;
6. ເສຍຊີວິດ.
ແຫຼ່ງຂ່າວ: ສະພາແຫ່ງຊາດ
ຄັດຈ້ອນໂດຍ: ມະນີຈັນ

