ສະຫາຍ ບົວຄົງ ນາມມະວົງ ຖືກຄັດເລືອກເປັນເລຂາຄະນະບໍລິຫານງານພັກ ແຂວງບໍ່ແກ້ວສະໄໝທີ VI

ສະຫາຍ ບົວຄົງ ນາມມະວົງ ຖືກຄັດເລືອກເປັນເລຂາຄະນະບໍລິຫານງານພັກ ແຂວງບໍ່ແກ້ວສະໄໝທີ VI

ການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງສະໄໝທີ VI ຈໍານວນ 31 ສະຫາຍ (ຍິງ 4 ສະຫາຍ) ແລະ ເອົາຄະນະປະຈໍາພັກແຂວງ 9 ສະຫາຍໄດ້ຈັດຂຶ້ນໃນວັນທີ 6 ທີ່ຜ່ານມາ ຊຶ່ງເປັນ ມື້ສຸດທ້າຍຂອງກອງປະຊຸມໃຫຍ່ ອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VI ໂດຍການເຂົ້າຮ່ວມຂອງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ສະຫາຍບຸນທອງ ຈິດມະນີ.

ຜົນການຄັດເລືອກປະກົດວ່າ ສະຫາຍ ບົວຄົງ ນາມມະວົງ ຖືກຄັດເລືອກ ເປັນເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວອີກສະໄໝ, ສະຫາຍ ຈອມສີ ລັດຕະນະປັນ ແລະ ສະຫາຍ ເພັງສອນ ແກ້ວວິໄລ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກຕັ້ງເອົາ ສະຫາຍ ສຸກຂະ ຫລຽນທອງຄຳ ເປັນປະທານກວດກາພັກແຂວງ, ສະຫາຍ ເປົາແກ້ວ ພູມສະຫວັນ, ສະຫາຍນາງ ສູ່ງ ແກ້ວໂພໄຊ ແລະ ສະຫາຍ ໜໍ່ຄຳ ນົງສຸວັນ ເປັນຮອງປະທານກວດກາພັກແຂວງ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply