ສະໂມສອນນັກການທູດລາວຈະເປັນເວທີແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງນັກການທູດອາວຸໂສບຳນານ ແລະ ນັກການທູດໜຸ່ມນ້ອຍລາວ

ສະໂມສອນນັກການທູດລາວຈະເປັນເວທີແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງນັກການທູດອາວຸໂສບຳນານ ແລະ ນັກການທູດໜຸ່ມນ້ອຍລາວ

ສະໂມສອນ​ນັກການທູດ​ລາວ ທີ່ສະ​ຖາ​ບັນ​ການ​ຕ່າງປະເທດ ກະຊວງ​ການ​ຕ່າງປະເທດຈະເປັນບ່ອນເຕົ້າໂຮມ​ ແລະ ເປັນເວທີປຶກສາ​ຫາລື, ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ, ຕີລາຄາ​ຕໍ່​ສະພາບ​ການ​ທີ່​ພົ້ນ​ເດັ່ນ​ຢູ່​ໃນ​ພາກ​ພື້ນ ແລະ ສາກົນລະຫວ່າງບັນດາ​ອະດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ບັນດາ​ນັກ​ການ​ທູດ​ລາວ ແລະ ເປັນເວທີແລກປ່ຽນ​ຄວາມ​ຮູ້ ແລະ ປະສົບ​ການ ລະຫວ່າງນັກການທູດ​ອາວຸໂສ​ບຳນານ ແລະ ນັກການ​ ທູດ​ຮຸ່ນ​ໜຸ່ມ​ນ້ອຍກໍຄືພະນັກ ງານ​ກະຊວງ​ການ​ຕ່າງ​ປະ​ເທດ.ນອກຈາກ​ນີ້ ຍັງ​ເພື່ອ​ເປັນ​ຖານ​ຂໍ້​ມູນ​ທີ່​ເປັນ​ປະໂຫຍດ​ໃຫ້​ແກ່​ ພະນັກງານ​ກະຊວງ​ການ​ຕ່າງປະເທດໄດ້​ນຳໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ຄົ້ນຄວ້າ​ວິໄຈ ແລະ ເປັນ​ຂໍ້​ມູນ​ລາຍ​ງານ​ຄະນະນຳກະຊວງ​ການ​ຕ່າງ​ປະ​ເທດ.

ພິທີ​ເປີດ​ສະໂມສອນ​ດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະ​ຖາ​ບັນ​ການ​ຕ່າງປະເທດ ກະຊວງ​ການ​ຕ່າງປະເທດ ໂດຍການເປັນ​ປະທານຂອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ສະເຫຼີມ​ໄຊ ກົມມະ​ສິດ  ແລະ ອະດີດ​ກົມ​ການເມືອງ​ສູນ​ກາງ​ພັກ ອະດີດ​ຮອງ​ນາຍົກລັດຖະມົນຕີ ອະດີດລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ, ມີ​ບັນດາ​ຄະນະ​ນຳກະ ຊວງ​ການ​ຕ່າງປະເທດ, ອະດີດ​ຄະນະ​ນຳ​ກະຊວງ​ການ​ຕ່າງປະເທດ, ຄະນະກົມ, ບັນດາ​ທ່ານ​ທູດ​ອາວຸໂສ​ບຳນານ ແລະ ພະນັກງານ​ກະຊວງ​ການ​ຕ່າງປະເທດເຂົ້າ​ຮ່ວມ​ປະມານ 70 ທ່ານເຂົ້າຮ່ວມ.

ຂ່າວ-ພາບ: ສະ​ຖາ​ບັນ​ການຕ່າງປະເທດ

Related Articles

Leave a Reply