ສູນເຕັກນິກກະສິກຳປ່າໄມ້ ຮ່ວມມືລາວ-ຫວຽດ ແຂວງຫົວພັນ ແລະ ກຸ່ມບໍລິສັດພົງສະຫວັນ ຈໍາກັດ ເຊັນສັນຍາຮ່ວມມືພັດທະນາສູນລວມແນວພັນພືດ ແລະ ຖ່າຍທອດຄວາມຮູ້ທາງດ້ານເຕັກນິກ.
ພິທີເຊັນສັນຍາດັ່ງກ່າວຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍການເຂົ້າ ຮ່ວມຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງ ຊາດ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກພາກສ່ວນຕ່າງໆ.
ຈຸດປະສົງຂອງການເຊັນຄັ້ງນີ້ ແມ່ນສືບເນື່ອງມາຈາກການຢ້ຽມຢາມສູນດັ່ງກ່າວຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ຫວ່າງບໍ່ດົນມານີ້, ເຊິ່ງ ມີຄວາມຄິດຢາກໃຫ້ສູນເຕັກນິກ ກະສິກຳປ່າໄມ້ ຮ່ວມມືລາວ-ຫວຽດ ແຂວງຫົວພັນ ມີຄວາມກ້າວໜ້າເຂັ້ມແຂງ ເພື່ອສ້າງໃຫ້ເປັນສູນລວມແນວພັນພືດ, ແນວພັນສັດທີ່ມີຄຸນນະພາບ, ເປັນບ່ອນຖ່າຍທອດຄວາມຮູ້ເຕັກນິກວິຊາການ, ການຝຶກອົບຮົມ, ພັດທະນາສວນສາທິດ ແລະ ເພື່ອຂະຫຍາຍຕາໜ່າງອອກສູ່ຊາວກະສິກອນໃນເຂດພື້ນທີ່ອ້ອມຂ້າງສູນ ແລະ ບັນດາແຂວງໃກ້ຄຽງ.
ໂຄງການຮ່ວມມືດັ່ງກ່າວຍັງຈະຊ່ວຍໃນການຂຸດຄົ້ນທ່າແຮງບົ່ມຊ້ອນວຽກງານກະສິກຳເພື່ອ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຊາວກະສິກອນ ທາງດ້ານແນວພັນພືດ, ແນວພັນສັດ ແລະ ເຕັກນິກວິຊາການໃຫ້ທ່ວງທັນກັບລະດູການຜະລິດ ພ້ອມທັງຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດກະສິກຳ ແນໃສ່ຊຸກຍູ້ ແລະ ສະໜັບສະໜູນແຜນງານນະໂຍບາຍຂອງລັດຖະບານ ໃນການສົ່ງເສີມການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ກໍ່ຄືນະໂຍບາຍສົ່ງເສີມການຫັນເປັນທັນສະໄໝຂອງຂະແໜງກະສິກຳ ໄປ ສູ່ອຸດສາຫະກຳການກະເສດເທື່ອລະກ້າວ.
ຂ່າວ-ພາບ: ຄຳພັນ

