ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງນໍ້າທາ ໄດ້ຈັດພິທີ ຈູດທໍາລາຍສັດປ່າ, ຊິ້ນສ່ວນສັດປ່າ, ອາວຸດລ່າເນື້ອ ແລະ ຈັກຕັດໄມ້ ທີ່ຢຶດຈາກປະຊາຊົນຜູ້ກະທຳຜິດຕໍ່ລະບຽບກົດໝາຍ ໂດຍການເຂົ້າຮ່ວມຂອງ ຮອງຫົວໜ້າຫ້ອງວ່າການແຂວງ ທ່ານ ສຸລິວັນ ພົມມະຈິດ ແລະ ຮອງກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສັດ ແລະ ຊິ້ນສ່ວນສັດທີ່ຢຶດມາໄດ້ ແລະ ທໍາລາຍໃນຄັ້ງນີ້ປະກອບມີ : ໂຕເຫັງນ 2 ໂຕ ໜັກ 13 ກິໂລ, ນົກຂວາ ແລະ ນົກຫອນ ລວມ 16 ກິໂລ , ໝູປ່າ1 ໂຕ ໜັກ 22 ກິໂລ, ຊິ້ນສ່ວນສັດປ່າແຫ້ງ 49 ກິໂລ ນອກນັ້ນຍັງມີ ຈັກສະຕິນຕັດໄມ້ 35 ເຄື່ອງ, ອາວຸດລ່າເນື້ອ ( ປຶນແກັບ ) 19 ກະບອກ.
ຂ່າວ-ພາບ: ກິ່ນນາລົມ

