ຫໍພິພິທະພັນແຫ່ງຊາດ ເປີດບໍລິການໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າຊົມຢ່າງເປັນທາງການ

ຫໍພິພິທະພັນແຫ່ງຊາດ ເປີດບໍລິການໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າຊົມຢ່າງເປັນທາງການ

ຫໍພິພິທະພັນແຫ່ງຊາດ ຫຼັງໃໝ່ຕັ້ງຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈະເປັນບ່ອນຮວບຮວມ ແລະ ວາງສະແດງມໍລະດົກທາງວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຂອງຊາດລາວ, ແຜ່ນດິນລາວຍຸກດຶກດໍາບັນຈົນເຖິງປະຈຸບັນ ເພື່ອໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ໄດ້ສຶກສາຮຽນຮູ້ເຖິງຄວາມເປັນມາຂອງປະເທດລາວ.

ຫໍພິພິທະພັນດັ່ງກ່າວໄດ້ເປີດບໍລິການໃຫ້ແຂກ ຫຼື ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຢ່າງເປັນທາງການ ໃນວັນທີ 6 ຕຸລາ ທີ່ຜ່ານມາໂດຍການເຂົ້າຮ່ວມ ແລະ ຕັດແຖບຜ້າເປີດ ຂອງເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ທ່ານ ສຈ. ດຣ. ກິແກ້ວ ໄຂຄໍາພິທູນ, ທ່ານບົວເງິນ ຊາພູວົງ ຮອງລັດຖະມົນຕີ ຖວທ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຫໍພິພິທະພັນດັ່ງກ່າວ ແມ່ນເປີດບໍລິການໃນວັນ ແລະ ໂມງລັດຖະການ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ທີ່ເຂົ້າຊົມໃນຫໍພິພິທະພັນແຫ່ງນີ້ຈະໄດ້ສຶກສາຮຽນຮູ້ເຖິງແຜ່ນດິນລາວຍຸກດຶກດໍາບັນ, ຍຸກກ່ອນປະຫວັດສາດ ແລະ ປະຫວັດສາດຊາດລາວສະໄໝກ່ອນລ້ານຊ້າງ, ຊຶ່ງວັດຖຸບູຮານທີ່ໄດ້ຈັດວາງສະແດງໃນຫໍພິພິທະພັນແຫ່ງນີ້ປະກອບມີຊາກພືດ ແລະ ສັດ, ເຄື່ອງມືຫິນ, ກະດູກມະນຸດບູຮານ, ເຄື່ອງປັ້ນດິນເຜົາ, ເຄື່ອງທອງສໍາລິດ, ພຣະພຸດທະຮູບຫີນ, ເທວະຮູບຫີນ, ແຄນລາວ, ຂັບກາບ, ຊ້າງໄມ້, ໄມ້ຄວັດແກະສະຫຼັກພຣະທາດຫຼວງວຽງຈັນ, ວິຖີຊີວິດຂອງຊົນເຜົ່າ ແລະ ອື່ນໆ ໂດຍລວມແລ້ວມີຫຼາຍກວ່າ 850 ລາຍການ.

ຫໍພິພິທະພັນແຫ່ງຊາດ ເມື່ອກ່ອນແມ່ນ​ຫໍ​ວາງ​ສະ​ແດງ​ມູນ​ເຊື້ອ​ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1980   ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົບຮອບ 5 ປີ (1975-1980).  ຕໍ່ມາໄດ້ປ່ຽນເປັນຫໍພິພິທະພັນປະຕິວັດໃນປີ 1985, ມາຮອດປີ 2000 ​ໄດ້​ຍົກລະດັບຂຶ້ນເປັນຫໍພິພິທະພັນແຫ່ງ​ຊາດ ໂດຍນໍາໃຊ້ອາຄານເກົ່າທີ່ສ້າງຂຶ້ນໃນປີ 1925 ເຊິ່ງເປັນສະຖາປັດຕິຍະກໍາຍຸກອານານິຄົມ. ອາຄານຫຼັງເກົ່າຕັ້ງຢູ່ບ້ານ ຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນກົງກັນຂ້າມກັບຫໍວັດທະນະທໍາແຫ່ງຊາດ, ເຊິ່ງສະຖານທີ່ແຫ່ງນີ້ເຄີຍນໍາໃຊ້ເປັນສະຖານທີ່ປະກາດເອກະລາດອະທິປະໄຕແຫ່ງຊາດຈາກການຄອບຄອງຂອງລະບອບອະນານິຄົມຝຣັ່ງບົນຜືນແຜ່ນດິນລາວ 12 ຕຸລາ 1945.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply