ໂຄງການກໍ່ສ້າງຫໍຫຼັກເມືອງເມືອງ ມຸນລະປາໂມກ ແຂວງຈໍາປາສັກ ຖືກອອກແບບໃນຮູບແບບສິລະປະລາວລ້ານຊ້າງມີມຸກສີ່ໜ້າ 4 ຊັ້ນ ແລະ ລວມຍອດຊໍ່ຟ້າເປັນ 5 ຊັ້ນ, ມີຮູບຊົງສີ່ຫຼ່ຽມມົນທົນ, ກົມມະລຽນມີຂະໜາດ 15,9 x 15,9 ແມັດ, ຍົກສູງຈາກພື້ນດິນ 90 ຊັງຕີແມັດ, ຕົວຫໍມີແອວຂັນ 3 ລະດັບ ຂະໜາດ 9×9 ແມັດ, 7×7 ແມັດ ແລະ 5×5 ແມັດ ຕາມລຳດັບ, ຄວາມສູງຈາກພື້ນດິນເຖິງຍອດຊໍ່ຟ້າ 16 ແມັດປາຍ, ເສົາຫຼັກເມືອງ ເຮັດດ້ວຍໄມ້ແຄນ ໜ້າຕັດ 90 ຊັງຕີແມັດ, ມີຄວາມຍາວ 8,9 ແມັດ ເປັນໄມ້ສັກສິດ ແລະ ເປັນໄມ້ເອກະລັກຂອງເມືອງ ໂດຍໄດ້ແກະສະລັກລວດລາຍລາວ ມີຮູບງູກອດເສົາ ແລະ ຮູບນາງອັບສອນທັງ 4 ດ້ານ, ເທິງຍອດເສົາ ປະດິດສະຖານພະພຸດທະຮູບທອງ ມີຄວາມສູງຫຼາຍກວ່າ 2 ແມັດ. ພາຍໃນຫໍມີລວດລາຍລາວ ຮູບປັ້ນ ແລະ ຮູບແຕ້ມບຸກຄົນສຳຄັນ ແລະ ວິລະບຸລຸດລາວ ເຊັ່ນ: ພະເຈົ້າຟ້າງຸ່ມ ແລະ ພະເຈົ້າໄຊເສດຖາ.
ທ່ານ ນາງ ຄຳຫຼ້າ ວິສຸດທະວົງ ຮອງປະທານຄະນະກຳມະການປົກຄອງເມືອງມຸນລະປາໂມກ ໄດ້ລາຍງານໃນພິທີມອບຮັບຫໍຫຼັກເມືອງທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ວ່າ: ໂຄງການກໍ່ສ້າງຫໍຫຼັກເມືອງ ເປັນໜຶ່ງໃນໂຄງການພັດທະນາສວນສາທາລະນະຂອງເມືອງມຸນລະປາໂມກ ໄດ້ເລີ່ມການກະກຽມມາແຕ່ສະໄໝທີ VII ຂອງອົງຄະນະພັກເມືອງ ແລະ ເລີ່ມກໍ່ສ້າງໃນເດືອນມັງກອນ 2022 ສະໄໝທີ VIII ຈົນມາຮອດສະໄໝທີ IX ຈຶ່ງສຳເລັດ 100%.
ທີ່ມາແຫຼ່ງຂໍ້ມູນ: ໜັງສືພິມຈຳປາໃໝ່
ໂ

