ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງອັດຕະປື ໃນໄລຍະ 6 ເດືອນຕົ້ນປີ 2026 ຕົວເລກດ້ານລາຍຮັບຮອດວັນທີ 11 ມິຖຸນາ 2026 ປະຕິບັດໄດ້ຫຼາຍກວ່າ 1,000 ຕື້ກີບ ຫຼື ເທົ່າກັບ 56,89% ຂອງແຜນການປີ ກວມເອົາ 12,79% ຂອງ GDP.
ລາຍຮັບດັ່ງກ່າວແມ່ນລາຍຮັບສູນກາງປະຕິບັດຢູ່ແຂວງໄດ້ 185 ກວ່າຕື້ກີບ, ລາຍຮັບຂອງແຂວງ ປະຕິບັດໄດ້ 819 ກວ່າຕື້ກີບ.
ນອກນັ້ນ, ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 497 ກວ່າຕື້ກີບ ແລະ ລາຍຮັບຊັບສິນແຫ່ງລັດ ປະຕິບັດໄດ້ 321 ກວ່າຕື້ກີບ.
ຂໍ້ມູນທີ່ກ່າວມາຂ້າງເທິງນັ້ນແມ່ນການລາຍງານຂອງທ່ານ ສຸລິວົງ ອະໄພວົງ ຮອງປະທານຄະນະກໍາມະການປົກຄອງແຂວງ ຫົວໜ້າພະແນກການເງິນແຂວງອັດຕະປືໃນກອງປະຊຸມຄະນະກໍາມະການປົກຄອງແຂວງອັດຕະປືເປີດກວ້າງປະຈຳ 6 ເດືອນ ຕົ້ນປີ 2026 ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້.
ທີ່ມາ: ໜັງສືພິມປະຊາຊົນ

