ໄວລຸ້ນຂີ່ລົດໄວ,ໃຊ້ສຽງດັງ ແລະ ດັດແປງລົດ ຢູ່ເມືອງໝື່ນຖືກສຶກສາອົບຮົມ

ເຈົ້າໜ້າທີ່ພະແນກຕໍາຫຼວດ ຈະລາຈອນ ປກສ ເມືອງໝື່ນ ແຂວງວຽງຈັນ ໄດ້ກັກຕົວໄວລຸ້ນ ຂັບຂີ່ລົດໄວ ແລະ ໃຊ້ສຽງດັງໃນຍາມກາງຄືນ ມາສຶກສາອົບຮົມ.

ທ່ານ ພັຕ ສອນທະວີ ລ້ວນພູວົງ ໄດ້ກ່າວວ່າ: ໃນໄລຍະວັນທີ 1 ພຶດສະພາ 2026 ຜ່ານມານີ້, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນກອງບັນຊາການ ປກສ ເມືອງໝື່ນ ໄດ້ລົງເຄື່ອນໄຫວຕິດຕາມ ຕ້ານປະກົດການຫຍໍ້ທໍ້ໃນສັງຄົມໂດຍສະເພາະກວດກາຜູ້ໃຊ້ລົດ ໃຊ້ຖະໜົນເຊັ່ນ: ຂັບຂີ່ລົດຈັກແຂ່ງກັນຕາມຖະໜົນ, ດັດແປງສະພາບເຕັກນິກ, ລົດຈັກຢາງນ້ອຍ, ໃຊ້ທໍ່ສຽງດັງ ສາມາດກັກລົດຈັກດັດແປງສະພາບເຕັກນິກທັງໝົດ 11 ຄັນ ພ້ອມທັງ ນໍາຕົວກຸ່ມໄວລຸ້ນທີ່ກໍ່ເຫດຈໍານວນໜຶ່ງ ມາເຮັດບົດບັນທຶກ ສຶກສາອົບຮົມ ແລະ ແກ້ໄຂລົດຈັກ ທີ່ດັດແປງສະພາບເຕັກນິກລົດ. ຖ້າຫາກພົບຄັ້ງໜ້າ ຈະໄດ້ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ຕາມສະຖານຄວາມຜິດໜັກ ຫຼື ເບົາ.

ທີ່ມາແຫຼ່ງຂໍ້ມູນຂ່າວສານເມືອງໝື່ນ

Related Articles

Leave a Reply