ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຊຸດ 8 ໃນວັນທີ 25 ມິຖຸນາ 2020 ວ່າ: ຍ້ອນ ຜົນກະທົບ ຈາກການລະບາດຂອງພະຍາດ ໂຄວິດ-19 ທີ່ແກ່ຍາວມາອາດ ຈະ ເຮັດໃຫ້ອັດ ຕາການຫວ່າງງານຢູ່ປະເທດເຮົາເພີ່ມຂື້ນຈາກປົກກະຕິ 9% ໃນຜ່ານມາ ມາເປັນ 25%.
ທ່ານ ລັດຖະມົນຕີ ຮສສ ໃຫ້ຮູ້ວ່າ: ເພື່ອແກ້ໄຂໄພຫວ່າງງານດັ່ງກ່າວ ແນ່ນອນ ວ່າທາງລັດຖະບານຈະຕ້ອງໄດ້ສຸມໃສ່ດຶງດູດການລົງທຶນຂອງນັກທຸລະກິດທັງ ພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃຫ້ຫລາຍຂຶ້ນເພື່ອ ຊ່ວຍແກ້ໄຂ ສະພາບຫວ່າງງານດັ່ງກ່າວ ໂດຍການສ້າງໃຫ້ມີວຽກເຮັດງານທຳ ແລະ ຈຳກັດ ການນຳເຂົ້າແຮງງານຈາກຕ່າງປະເທດ.
ພ້ອມນັ້ນ, ກໍຊຸກຍູ້ ແລະ ອຳນວຍຄວາມສະດວກຕໍ່ການອະນຸຍາດການລົງທຶນ ໃນຂະແຫນງກະສິກຳ ແລະ ອຸດສາຫະກຳປຸງແຕ່ງ ໂດຍເນັ້ນໃສ່ການນຳໃຊ້ແຮງງານ ລາວທີ່ກັບຈາກຕ່າງປະເທດເຂົ້າໃນຂະແຫນງການດັ່ງກ່າວໃຫ້ຫລາຍຂຶ້ນ ແລະ ສືບຕໍ່ປະຕິບັດນະໂຍບາຍອຸດໜູນຫວ່າງງານສະເພາະໃຫ້ຜູ້ປະກັນຕົນໃນລະບົບປະກັນສັງຄົມພາກວິສາຫະກິດ ຕາມນະໂຍບາຍທີ່ກຳນົດໄວ້.
ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງອື່ນໆ ເລັ່ງພັດທະນາສີມືແຮງງານໃນໄລຍະສັ້ນໃຫ້ແກ່ຜູ້ອອກແຮງງານທີ່ໄດ້ ຮັບຜົນກະທົບຈາກໂຄວິດ-19 ເພື່ອສ້າງໂອກາດໃຫ້ເຂົາເຈົ້າໄດ້ເຂົ້າເຮັດວຽກ, ປ່ຽນໜ້າວຽກ ຫລື ສາມາດປະກອບອາຊີບດ້ວຍຕົນເອງຕາມຄວາມເຫມາະສົມ ພ້ອມທັງຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດ, ການຜະລິດ, ການບໍລິການ ແລະ ໂຄງການຕ່າງໆ ຮັບເອົາແຮງງານລາວເຂົ້າສູ່ຕຳແຫນ່ງງານຕ່າງໆ, ປັບປຸງລະບົບ ຂໍ້ມູນຂ່າວສານຕະຫລາດແຮງງານໃຫ້ມີຄວາມທັນສະໄໝ ເພື່ອສະໜອງຂໍ້ມູນ ຂ່າວສານໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ດ້ວຍຫລາຍຮູບແບບ ແລະ ປະສານກັບປະເທດໃກ້ຄຽງ ໂດຍຜ່ານກະຊວງການຕ່າງປະເທດ ເພື່ອຂະຫຍາຍ ເວລາການຂໍນະໂຍບາຍປະກັນສັງຄົມຂອງແຮງງານທີ່ເຮັດວຽກຢູ່ປະເທດໃກ້ຄຽງຕື່ມອີກ.
(ຂ່າວ: ຮສສ)

