ກອງປະຊຸມລັດຖະມົນຕີປ້ອງກັນປະເທດຂອງບັນດາອາຊຽນກ່ຽວກັບການຝຶກຊ້ອມເທິງແຜນທີ່-ແຜນຮ່າງ ທາງໄກກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການ ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ຈັດຂຶ້ນໃນບໍ່ດົນມານີ້ ຢູ່ ກົມພົວພັນຕ່າງປະເທດ, ຫ້ອງວ່າການກະຊວງປ້ອງກັນປະ ເທດລາວ, ບັນດາປະເທດສະມາຊິກອາຊຽນໃຫ້ ທັດສະນະຄ້າຍຄືກັນກ່ຽວກັບການ ຮ່ວມມືກັນໃນອະນາຄົດວ່າ: ຄວນສ້າງສູນຂໍ້ມູນຂ່າວສານສະເພາະໃນການແລກປ່ຽນຂໍ້ມູນຂ່າວສານອາຊຽນ, ຄວນເພີ່ມທະວີໃນການປະສານສົມທົບກັບບັນດາກະຊວງ ແລະ ສະຖາບັນທີ່ກ່ຽວຂ້ອງໃນການຈັດການກັບພະຍາດໂຄວິດ-19, ຄວນມີການແລກປ່ຽນທາງດ້ານວິຊາການ ລວມທັງແນວທາງວິຊາການ, ຄວນມີການແລກປ່ຽນຖອດຖອນບົດຮຽນ ຫຼື ແບ່ງປັນແຜນປະຕິບັດງານທີ່ດີທີ່ສຸດໃນອາຊຽນດ້ວຍກັນ ແລະ ທົບທວນຄືນການປະເມີນຜົນຢ່າງເປັນປົກກະຕິ ເພື່ອປະຕິບັດນະໂຍບາຍຂອງມາດຕະຖານໃນການປະຕິບັດງານຕ່າງໆ.
ການຝຶກຊ້ອມໃນຄັ້ງນີ້ ມີໜ່ວຍງານແພດທະຫານຈາກບັນດາປະເທດສະມາຊິກອາຊຽນ, ອາຊຽນ-ບວກສາມ, ຜູ້ແທນຈາກກະຊວງສາທາລະສຸກ, ອົງການອະນາໄມໂລກ, ສູນປະສານງານໃຫ້ການຊ່ວຍເຫຼືອມະນຸດສະທໍາ ແລະ ຄຸ້ມຄອງໄພພິບັດອາຊຽນ (AHA Center) ແລະ ກອງເລຂາອາຊຽນ ເຂົ້າຮ່ວມການຝຶກຊ້ອມ ແລະ ທັງເຂົ້າຮ່ວມສັງເກດການ. ພິເສດທາງກະຊວງສາທາລະນະສຸກ ເຊິ່ງນໍາໂດຍ ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ປອ. ດຣ. ພອນປະດິດ ສັງໄຊຍະລາດ, ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດ ພ້ອມດ້ວຍພະນັກງານກອງເລຂາໄພພິບັດ ກະຊວງສາທາລະນະສຸກ, ທ່ານ ພັ.ອ ດຣ ສຸລິພັນ ເພັດຈັນທະລາ, ຫົວໜ້າອໍານວຍການໂຮງໝໍສູນກາງ 103 ພ້ອມດ້ວຍຄະນະກໍ່ໄດ້ ເຂົ້າຮ່ວມໃນການຝຶກຊ້ອມກັບໜ່ວຍ ງານແພດທະຫານຂອງກອງທັບໃນຄັ້ງນີ້ດ້ວຍ.
ຂ່າວ: ວຽງຈັນທາຍ

