ເຖິງແມ່ນວ່າ ປະເທດລາວຈະມີມາດຕະການຢ່າງເຂັ້ມງວດໃນການສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ຄະນະສະເພາະກິດປ້ອງກັນພະຍາດດັ່ງກ່າວຍັງມີຄວາມກັງວົນກ່ຽວກັບການແຜ່ລະບາດຂອງພະຍາດນີ້ຢູ່ ສປປ ລາວຍ້ອນວ່າຍັງມີການແຜ່ລະບາດ ຂອງ ພະຍາດດັ່ງກ່າວຢູ່ປະເທດອ້ອມຂ້າງ ໂດຍສະເພາະຢູ່ປະເທດໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ ແລະ ຈີນ ສິ່ງສໍາຄັນແມ່ນບັນຫາການລັກລອບກັບຄືນປະເທດແບບຜິດກົດໝາຍຂອງຄົນລາວທີ່ໄປເຮັດວຽກຢູ່ປະເທດອ້ອມຂ້າງ ຊຶ່ງອາດຈະເປັນໄປໄດ້ທີ່ເຈົ້າໜ້າທີ່ບໍ່ເຫັນ ຖ້າມີຜູ້ຕິດເຊື້ອອາດຈະນໍາເຊື້ອພະຍາດດັ່ງກ່າວມາແຜ່ລາມຢູ່ພາຍໃນປະເທດ.
ນັບແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ຢູ່ໃນ 10 ປະເທດອາຊຽນແມ່ນ ປະເທດອິນໂດເນເຊຍມີຜູ້ຕິດເຊື້ອເປັນອັນດັບໜຶ່ງ, ຮອດວັນທີ 10 ກຸມພາ 2021 ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 1,1 ລ້ານຄົນ, ຮອງລົງມາແມ່ນປະເທດຟີລີບປິນ ມີຜູ້ຕິດເຊື້ອ 540.227 ຄົນ, ມາເລເຊຍ 248.316 ຄົນ, ມຽນມາ 141.448 ຄົນ, ສິງກະໂປ 59.732 ຄົນ, ໄທ 23.746 ຄົນ, ຫວຽດນາມ 2.064 ຄົນ, ກໍາປູເຈຍ 478 ຄົນ, ບຣູໄນ 182 ຄົນ ແລະ ລາວ 45 ຄົນ.
ຂ່າວ: ວຽງຈັນທາຍ

