ເຈົ້າໜ້າທີ່ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ທ່າແຕງ ແຂວງເຊກອງ ໄດ້ກໍານົດ ລາຄາຊີ້ນໝູກ້ອນ (ປະເພດ I) ບໍ່ໃຫ້ກາຍ ຫຼື ຢູ່ທີ່ 90.000 ກີບ/ກິໂລ; ຊີ້ນໝູ (ປະເພດ II) 85.000 ກີບ/ກິໂລ; ເຄື່ອງໃນລວມ 75.000 ກີບ/ກິໂລ; ນໍ້າມັນສົດ+ໜັງ 35.000 ກີບ/ກິໂລ; ຫົວ 70.000 ກີບ/ກິໂລ; ເລືອດ 25.000 ກີບ/ກິໂລ; ຂາ-ຕີນ-ໂຄ່ຍ 65.000 ກີບ/ກິໂລ; ຊີ້ນງົວ-ຊີ້ນຄວາຍ (ປະເພດ I) 140.000 ກີບ/ກິໂລ; ຊີ້ນງົວ-ຊີ້ນຄວາຍ (ປະເພດ II) 130.000 ກີບ/ກິໂລ; ເຄື່ອງໃນ 130.000 ກີບ/ກິໂລ; ໜັງງົວ 8.000 ກີບ/ກິໂລ ແລະ ໜັງຄວາຍ 16.000 ກີບ/ກິໂລ.
ລາຄາດັ່ງກ່າວມາຂ້າງເທິງນັ້ນ ແມ່ນໄດ້ມີການຕົກລົງ ຫຼື ເຫັນດີ ທີ່ກອງປະຊຸມຫາລືການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດພາຍໃນເມືອງ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຫຼາຍ ບຸບຜາພັນ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງທ່າແຕງ ແຂວງເຊກອງ ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້.
ຂ່າວ ເມືອງ ທ່າແຕງ

