ອຸບັດເຫດໄລຍະປີໃໝ່ລາວທົ່ວປະເທດເສຍຊີວິດ 23 ຄົນ

ອຸບັດເຫດໄລຍະປີໃໝ່ລາວທົ່ວປະເທດເສຍຊີວິດ 23 ຄົນ

ວັນທີ 20 ເມສາ 2026 ກົມຕຳຫຼວດຈະລາຈອນ ໄດ້ສະຫຼຸບສະຖິຕິອຸບັດເຫດທີ່ເກີດຂຶ້ນຕາມທ້ອງຖະໜົນໃນທົ່ວປະເທດ ໄລຍະສະຫຼອງບຸນປີໃໝ່ລາວ ລະຫວ່າງວັນທີ 12-18 ເມສາ 2026, ເຫັນວ່າຕົວເລກອຸບັດເຫດ ແລະ ການສູນເສຍມີທ່າອ່ຽງຫຼຸດລົງເມື່ອທຽບໃສ່ປີຜ່ານມາ.

ສະຖິຕິລວມທົ່ວປະເທດ (12-18 ເມສາ 2026)

ທ່ານ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕຳຫຼວດຈະລາຈອນ ໄດ້ຖະແຫຼງຂ່າວລາຍລະອຽດດັ່ງນີ້: ເກີດອຸບັດເຫດທັງໝົດ: 228 ລາຍ (ຫຼຸດລົງ 85 ລາຍ); ຜູ້ບາດເຈັບ: 362 ຄົນ (ຫຼຸດລົງ 159 ຄົນ); ແລະ ຜູ້ເສຍຊີວິດ: 23 ຄົນ (ຫຼຸດລົງ 3 ຄົນ).

ແຂວງທີ່ມີຕົວເລກອຸບັດເຫດ ແລະ ການເສຍຊີວິດສູງກວ່າໝູ່ ມີດັ່ງນີ້: ນະຄອນຫຼວງວຽງຈັນເກີດຂື້ນ 32 ລາຍ, ເສຍຊີວິດ 6 ຄົນ (ສູງສຸດໃນປະເທດ).

ແຂວງຈຳປາສັກເກີດຂື້ນ 16 ລາຍ, ແຕ່ເສຍຊີວິດສູງເຖິງ 5 ຄົນ. ແຂວງວຽງຈັນເກີດຂື້ນ 31 ລາຍ, ເສຍຊີວິດ 2 ຄົນ ແລະ ແຂວງສະຫວັນນະເຂດເກີດຂື້ນ 31 ລາຍ (ບໍ່ມີຜູ້ເສຍຊີວິດ).

ສາເຫດຕົ້ນຕໍຂອງການເກີດອຸບັດເຫດ

ເຈົ້າໜ້າທີ່ໄດ້ລະບຸວ່າ ປັດໄຈຫຼັກທີ່ພາໃຫ້ເກີດຄວາມສູນເສຍຍັງຄົງແມ່ນພຶດຕິກຳຂອງຜູ້ຂັບຂີ່ ເປັນຕົ້ນແມ່ນ ດື່ມສິ່ງມຶນເມົາແລ້ວຂັບ ເປັນສາເຫດອັນດັບໜຶ່ງ ແລະ

ຂັບຂີ່ໄວເກີນກຳນົດ.

ຂ່າວ: ພ້ອມພົງ

ພາບ: ໜ່ວຍກູໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623

Related Articles

Leave a Reply