ອົງການຢູນີເຊັບປະຈຳ ສປປ ລາວ ໄດ້ມອບປຶ້ມຮຽນ, ປຶ້ມຄູ່ມືຄູ ແລະ ອຸປະກອນການສຶກສາ, ສະບູ, ອຸປະກອນຮັກສາຄວາມສະອາດ ແລະ ອະນາໄມອື່ນໆໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ໂຄງການຕອບໂຕ້ພະຍາດໂຄວິດ-19 ໃນຂະແໜງການສຶກສາ.
ພິທີມອບຮັບປຶ້ມ ແລະ ອຸປະກອນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງສຶກສາທິການ ແລະ ກິລາ ມອບໂດຍ ທ່ານ ນາງ ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າອົງການຢູນີເຊັບ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ພຸດ ສິມມະລາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
ສະເພາະອຸປະກອນການສຶກສາແມ່ນຈະນຳໄປແຈກຢາຍໃຫ້ນັກຮຽນນັບແຕ່ຊັ້ນກຽມປະຖົມຈົນຮອດຊັ້ນມັດທະຍົມ ແລະ ຄູສອນໃນທົ່ວປະເທດ. ນອກນັ້ນ, ນັກຮຽນເກືອບ 1 ລ້ານຄົນໃນໂຮງຮຽນອະນຸບານ, ໂຮງຮຽນກຽມປະຖົມ ແລະ ໂຮງຮຽນປະຖົມຈະໄດ້ຮັບສະບູ, ອຸປະກອນຮັກສາຄວາມສະອາດ ແລະ ອະນາໄມອື່ນໆນໍາອີກເພື່ອປ້ອງກັນການແຜ່ລະ ບາດຂອງພະຍາດໂຄວິດ-19.

