ເກີດແຜ່ນດິນໄຫວສອງຄັ້ງ ຢູ່ແຂວງໄຊຍະບູລີ

ເກີດແຜ່ນດິນໄຫວສອງຄັ້ງ ຢູ່ແຂວງໄຊຍະບູລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານໃຫ້ຊາບວ່າ: ເກີດແຜ່ນດິນໄຫວ ສອງຄັ້ງຢູ່ແຂວງ ໄຊຍະບູລີ, ຊຶ່ງແຜ່ນດິນໄຫວດັ່ງກ່າວເປັນແຜ່ນດິນໄຫວຂະໜາດນ້ອຍ ບໍ່ມີຜົນເສຍຫາຍ.

ອີງຕາມການລາຍງານໃຫ້ຮູ້ວ່າ: ຄັ້ງທີ 1 ແມ່ນມີຄວາມແຮງສັ່ນສະເທືອນວັດແທກໄດ້ 2.0 ຣິກເຕີ, ມີຄວາມເລິກຈາກໜ້າດິນ 1 ກິໂລແມັດ, ໃນເວລາ 03 ໂມງ 55 ນາທີ ຂອງວັນທີ 5 ຕຸລາ 2020, ໂດຍພົບສັນຍານການເກີດແຜ່ນດິນໄຫວ ຢູ່ບໍລິເວນເຂດບ້ານ ພູແລ້ງກາງ, ເມືອງ ຫົງສາ ເຊິ່ງຈຸດເກີດແຜ່ນດິນໄຫວ ແມ່ນໄກຈາກຕົວເມືອງ ຫົງສາ ປະມານ 17 ກິໂລແມັດ.

ສໍາລັບ ຄັ້ງທີ 2 ແມ່ນເກີດຂຶ້ນໃນເວລາ 04 ໂມງ 15 ນາທີ ມື້ດຽວກັນ ຢູຸ່ບໍລິເວນເຂດບ້ານ ນາກອງ, ເມືອງພຽງ, ຈຸດເກີດແຜ່ນດິນໄຫວ ແມ່ນໄກຈາກຕົວເມືອງພຽງ ປະມານ 61 ກິໂລແມັດ, ຊຶ່ງແຜ່ນດິນໄຫວດັ່ງກ່າວ ມີຄວາມແຮງສັ່ນສະເທືອນວັດແທກໄດ້ 2.3 ຣິກເຕີ, ມີຄວາມເລິກຈາກໜ້າດິນ 1 ກິໂລແມັດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply