ເຂດເມືອງໄຊເສດຖາ ແລະ ຈັນທະບູລີ ໃຫ້ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ໃຊ້

ເຂດເມືອງໄຊເສດຖາ ແລະ ຈັນທະບູລີ ໃຫ້ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ໃຊ້

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ຫວ່າງບໍ່ດົນມານີ້ ວ່າ: ມື້ອື່ນ ວັນທີ 09/10/2020 (ເວລາ 9: 00 ໂມງ ຫາ 16: 00 ໂມງ), ລັດວິສາຫະກິດ ນ້ຳປະປາ ຈະໄດ້ດໍາເນີນປັບປຸງທໍ່ນໍ້າປະປາ ເພື່ອເພີ່ມແຮງດັນນໍ້າ ຢູ່ບ້ານໂພນພະເນົາ ຮ່ອມ 17 ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍຫາ ບໍ່ມີນ້ຳ ໃນຂອບເຂດ 2 ບ້ານ ຄື: ບ້ານ ໂພນພະເນົາ ເມືອງໄຊເສດຖາ ແລະ ບ້ານໂພນຕ້ອງສະຫວາດ ເມືອງ ຈັນທະບູລີ, ດັ່ງນັ້ນຈຶ່ງແຈ້ງໃຫ້ຜູ້ຊົມໃຊ້ນ້ຳໃນເຂດເມືອງດັ່ງກ່າວ ຈົ່ງກະກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍໃນໄລຍະເວລທີ່ໄດ້ກຳນົດໄວ້.
ໃນໄລຍະເດືອນກັນຍາຜ່ານມາ, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ກໍ່ໄດ້ມີການດໍາເນີນການປັບປຸງທໍ່ນໍ້າປະປາ ເພື່ອເພີ່ມແຮງດັນນໍ້າ ຢູ່ບ້ານຈອມມະນີ ຮ່ອມຂ້າງຫໍປະຊຸມແຫ່ງຊາດຂອງເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply