ຜູ້ສະໝັກເລືອກຕັ້ງ ສສຊ ແລະ ສສຂ ແຂວງຫຼວງນໍ້າທາ ໄດ້ລົງເຄື່ອນໄຫວຫາສຽງເມື່ອບໍ່ດົນມານີ້ ທີ່ເມືອງນາແລ ໂດຍມີຜູ້ເຂົ້າຮ່ວມທັງໝົດ 2.000 ກວ່າຄົນ, ຊຶ່ງເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ມີຜູ້ສະໜັກເລືອກຕັ້ງ ສສຊ 9 ທ່ານ ເລືອກເອົາ 6 ທ່ານ ແລະ ສສຂ 31 ທ່ານ ເລືອກເອົາ 21 ທ່ານ.
ໃນການລົງເຄື່ອນໄຫວຫາສຽງດັ່ງກ່າວ ສສຊ ແລະ ສສຂ ແຕ່ລະທ່ານໄດ້ສະເໜີຕົວ, ປະຫວັດການເຄື່ອນໄຫວຂອງຕົນໃນໄລຍະຜ່ານມາ ເພື່ອເຮັດໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ນໍາໄປຄົ້ນຄິດພິຈາລະນາເພື່ອໃຊ້ສິດຂອງຕົນເອງປ່ອນບັດຄັດເລືອກເອົາບຸກຄົນຜູ້ທີ່ມີມາດຖານເງຶ່ອນໄຂຄົບຖ້ວນ ສາມາດເປັນຕົວແທນຂອງປະຊາຊົນບັນດາເຜົ່າເພື່ອເຮັດວຽກໃນສະພາ ໃນການປົກປ້ອງສິດ, ຜົນປະໂຫຍດຂອງປະຊາຊົນ ເພື່ອປະຊາຊົນຢ່າງແທ້ຈິງ.
ເມືອງນາແລ ແຂວງຫຼວງນໍ້າທາ ມີພົນລະ ເມືອງທັງໝົດ 25.914 ຄົນ (ຍິງ 12.905 ຄົນ), ໃນນັ້ນ ມີຜູ້ມີສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ່ IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ່ II ທັງໝົດ 14.521 ຄົນ (ຍິງ 7.755 ຄົນ) ທີ່ຈະມີພິທີປ່ອນບັດເລືອກຕັ້ງໃນວັນທີ 21 ກຸມພາ 2021 ທີ່ຈະມາເຖິງນີ້.
ຂ່າວ-ພາບ: ນາງ ພອນທິບ ພິລາວັນ

