ເຈົ້າໜ້າທີ່ ປກສ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ລົງກວດລ້າງເປົ້າໝາຍກຸ່ມແກ້ງສະແກມເມີ ເມື່ອມໍ່ໆມານີ້ ທີ່ມາລັກລອບເຄື່ອນໄຫວຢູ່ ບ້ານຫ້ວຍເຕົ່າ ເມືອງຊະນະຄາມ ໂດຍສາມາດຈັບກຸມຜູ້ຖືກຫາໄດ້ 8 ຄົນ ທັງໝົດເປັນຄົນສັນຊາດ ຫວຽດນາມ ແລະ ຢຶດອຸປະກອນທີ່ນຳໃຊ້ເຂົ້າໃນການກະທຳຜິດມີຄອມພີວເຕີຕັ້ງໂຕະ 11 ຊຸດ, ໂທລະສັບມືຖື 18 ໜ່ວຍ ແລະ ອຸປະກອນຕ່າງໆທີ່ນໍາໃຊ້ເຂົ້າໃນການກະທຳຜິດຈຳນວນໜຶ່ງ.
ຜູ້ຖືກຫາຈຳນວນ 8 ຄົນ ແມ່ນສົ່ງໃຫ້ກອງບັນຊາການ ປກສ ແຂວງວຽງຈັນ ດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.
ຂ່າວ: ປກສ ແຂວງວຽງຈັນ

