ເຈົ້່າໜ້າທີ່ປ້ອງກັນຄວາມສະຫງົບ ( ປກສ ) ແຂວງອັດຕະປື ໄດ້ສົມທົບກັບເຈົ້າໜ້າທີ່ດ່ານ ເຊປຽນ, ທະຫານກອງຮ້ອຍຊາຍແດນ 543, ປກສ ກຸ່ມບ້ານສົ້ມປ່ອຍ ແລະ ອໍານາດການປົກຄອງບ້ານຫາດໃຫ່ຍ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ເຂົ້າກັກຕົວເປົ້າໝາຍລັກລອບຂົນສົ່ງ-ຄ້າຂາຍຢາເສບຕິດ ເມື່ອບໍ່ດົນມານີ້, ຊຶ່ງ ສາມາດຈັບກຸມ ຜູ້ຕ້ອງຫາໄດ້ຈໍານວນ 4 ຄົນ (ຍິງ 2 ຄົນ) ຄື: ທ້າວ ສົມວິດ ອາຍຸ 45 ປີ ປະຊາຊົນບ້ານອີ່ໄລໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ທ້າວ ຂັນທອງ ອາຍຸ 24 ປີ ປະຊາຊົນບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ, ນາງ ແກ້ວວິໄລ ອາຍຸ 30 ປີ ປະຊາຊົນບ້ານໂພນໄຊ ນະຄອນປາກເຊ ແຂວງຈຳປາສັກ ແລະ ນາງ ແປັບຊີ ອາຍຸ 24 ປີ ປະຊາຊົນບ້ານນໍ້າພ້າວ ເມືອງວັງວຽງ ແຂວງວຽງຈັນ ພ້ອມຂອງກາງຢາໄອສ໌ ຈຳນວນ 25 ຫໍ່ ນ້ຳໜັກ 43 ກິໂລກຣາມ, ຜົງຂາວເຮໂຣອິນ 1 ຖົງ ນ້ຳໜັກ 1 ກິໂລກຣາມ, ໂທລະສັບ 5 ເຄື່ອງ, ເງິນກີບ 4 ລ້ານກວ່າກີບ, ເງິນບາດ 6.300 ບາດ, ເງິນໂດລາ 7.000 ໂດລາ ແລະ ລົດໃຫ່ຍ 1 ຄັນ.
ຜ່ານການສືບສວນ – ສອບສວນເບື້ອງຕົ້ນ ຂອງເຈົ້າໜ້າທີ່ຕໍາຫຼວດ, ພວກກ່ຽວໃຫ້ການສາລະພາບວ່າ: ຢາເສບຕິດຈໍານວນດັ່ງກ່າວ ແມ່ນຢາເສບຕິດຂອງພວກກ່ຽວແທ້ ຊຶ່ງໄດ້ຕິດຕໍ່ພົວພັນຫາ ທ້າວ ບຸນ (ຄົນນະຄອນຫຼວງວຽງຈັນ) ກ່ຽວກັບການຂົນສົ່ງຢາເສບຕິດ ໃຫ້ເຖົ້າແກ່ເປັນຄົນສັນຊາດ ກໍາປູເຈຍ ຢູ່ເຂດດ່ານເຊປຽນ. ພາຍຫຼັງໄດ້ລົງມາເບິ່ງເສັ້ນທາງຂົນສົ່ງຢາເສບຕິດ ແລະ ພົບປະກັບທີມງານຂົນສົ່ງກໍາປູເຈຍແລ້ວ ກໍໄດ້ພາກັນລົງມາເມືອງສະໜາມໄຊ ແຂວງອັດຕະປື ເພື່ອຂົນສົ່ງຢາເສບຕິດດັ່ງກ່າວ ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ທະຫານຊາຍແດນ ແລະ ປກສ ກຸ່ມບ້ານ ເຂົ້າມາກັກຕົວ. ປັດຈຸບັນ, ຄະດີດັ່ງກ່າວ ພວມຢູ່ໃນຂັ້ນຕອນດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການກະທໍາຜິດ ມາດໍາເນີນຄະດີຕາມລະບຽບກົດໝາຍ.
ຂ່າວ-ພາບ: ປກສ ແຂວງອັດຕະປື

