ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2021-2025) ຈະມີແຜນການພັດທະນາຢ່າງຮອບດ້ານດ້ວຍການປັບປຸງໂຄງສ້າງເສດຖະກິດໂດຍການເສີມຂະຫຍາຍ ແລະ ນໍາໃຊ້ທ່າແຮງທີ່ບົ່ມຊ້ອນ, ຍົກສູງກໍາລັງແຮງພັດທະນາໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຮັບປະກັນການຜະລິດທີ່ສະອາດປອດສານພິດຕາມທິດສີຂຽວ ແລະ ຍືນຍົງ, ສົ່ງເສີມການລົງທຶນ, ພັດທະນາອຸດສາຫະກໍາ, ການຄ້າ, ການທ່ອງທ່ຽວ ໃຫ້ໄດ້ຄຸນນະພາບຕິດພັນກັບການພັດທະນາສັງຄົມຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ.
ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ເມື່ອວັນທີ 27 ມັງກອນ 2021 ທີ່ຜ່ານມາ ຢູ່ຫ້ອງວ່າການແຂວງເຊກອງວ່າ: ເພື່ອເປັນບ່ອນອີງໃຫ້ແກ່ແຜນການພັດທະນາຢ່າງຮອບດ້ານດ້ວຍການປັບປຸງໂຄງສ້າງເສດຖະກິດ ໃນ 5 ປີ ຕໍ່ໜ້ານັ້ນ ແມ່ນຈະເລັ່ງໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ ແລະ ແຜນຜັງເມືອງ, ພັດທະນາກະສິກໍາທີ່ສະອາດ, ອຸດສາຫະກໍາປຸງແຕ່ງ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບຕະຫຼາດ, ເລັ່ງພັດທະນາຊັບພະຍາກອນມະນຸດ, ການຮ່ວມມືກັບເພື່ອນມິດຍຸດທະສາດ, ການຈັດຕັ້ງສາກົນ ແລະ ການປ້ອງກັນພະຍາດລະບາດ: ເລັ່ງພັດທະນາແຫຼ່ງທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາບັນດາເຜົ່າ ແລະ ທ່ອງທ່ຽວກະສິກໍາ, ຍົກສູງຄຸນນະພາບໃນການຄຸ້ມຄອງບໍລິຫານລັດ, ຄຸ້ມຄອງການເງິນແຫ່ງຊາດ, ການພັດທະນາການປົກຄອງທ້ອງຖິ່ນ ແລະ ຫັນເປັນທັນສະໄໝຕາມຍຸກ 4.0, ພັດທະນາພະລັງງງານ ແລະ ບໍ່ແຮ່ ແລະ ປົກປັກຮັກສາສິ່ງແວດລ້ອມ, ຈັດສັນທີ່ດິນ, ຟື້ນຟູປ່າ ແລະ ການປ້ອງກັນໄພພິບັດທາງທໍາມະຊາດ.
ທ່ານ ເຫຼັກໄຫຼໄດ້ກ່າວຕື່ມວ່າ: 3 ຂະແໝງການ ເຊັ່ນ: ກະສິກໍາ ແລະ ປ່າໄມ້, ອຸດສາຫະກໍາ ແລະ ການບໍລິການ ທີ່ຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ແຂວງເຊກອງ ຊຶ່ງຄາດວ່າ ໃນໄລຍະ 5 ປີ ຕໍ່ໜ້ານີ້ ຂະແໜງກະສິກໍາຈະເພີ່ມ 7%, ຂະແໜງອຸດສາຫະກໍາ 9,8% ແລະ ການບໍລິການ ເພີ່ມຂຶ້ນ 5%, ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸໄດ້ 2.821 ຕຶ້ກີບ, ສະເລ່ຍລາຍຮັບຂອງປະຊາຊົນໃຫ້ໄດ້ 20,7 ລ້ານກີບ/ຄົນ/ປີ.
ຂ່າວ: ວຽງຈັນທາຍ
ພາບ: ສັມພາວັນ

