ງານເທດສະການສືບສານຕຳນານບຸນກະບອງໃຫຍ່ ແລະ ບຸນກອງເຂົ້າ ທີ່ ບ້ານໂພນງາມ ເມືອງອາດສະພອນ ແຂວງສະຫວັນນະເຂດ ຈະໄດ້ຈັດຂຶ້ນໃນວັນທີ 20-21 ມັງກອນ 2026 ທີ່ຈະມາເຖິງນີ້.
ຈະມີການເປີດງານຢ່າງເປັນທາງການ ໃນເວລາ 15:00 ວັນທີ 20 ໂດຍຈະມີການແຫ່ກະບອງໃຫຍ່ເຂົ້າວັດ, ມີຂະບວນຟ້ອນ, ຂັບ, ລຳ, ຕຳເຂົ້າ, ຕຳຫູກ, ເຂັນຝາຍ, ຮັບຊົມສິລະປະຈັກສານ ແລະ ອື່ນໆ ສ່ວນກາງຄືນຈະມີການຄົບງັນຕາມປະເພນີ; ເວລາ 3:00 ຕອນເຊົ້າຂອງວັນທີ 21 ຈະມີການຈູດກະບອງໃຫຍ່; ຕອນເຊົ້າເວລາ 7:00 ຈະມີພິທີການຕັກບາດ ແລ້ວຈົບພິທີ.
ທີ່ມາ: ສອດເລື່ອງຊາວບ້ານ

