ເກີດເຫດເດັກນ້ອຍຍິງຈົມນໍ້າເສຍຊີວິດຄາທີ່ 3 ຄົນ ແລະ ລອດຊີວິດ 2 ຄົນ ໃນເວລາທີ່ພວກເຂົາກໍາລັງຫຼິ້ນໝາກບານສົ່ງຢູ່ໜອງນໍ້າ ຊຶ່ງເຫດເກີດເມື່ອວັນທີ 14 ທັນວາ 2020 ທີ່ຜ່ານມາ ທີ່ເມືອງຈໍາພອນ ແຂວງສະຫວັນນະເຂດ.
ທ່ານ ຄໍາລຸຍ ຍາດຕິວົງ ເຈົ້າເມືອງ ຈໍາພອນ ລາຍງານເຫດການດັ່ງກ່າວຕໍ່ທີມງານວຽງຈັນທາຍ ໃນຕອນເຊົ້າຂອງວັນທີ 15 ທັນວາ 2020 ນີ້ ວ່າ: ເຫດການເດັກນ້ອຍຍິງ ຈົມນໍ້າເສຍຊີວິດຄາທີ່ 3 ຄົນດັ່ງກ່າວແມ່ນປະຊາຊົນ ຢູ່ບ້ານໂພນມ່ວງ. ກ່ອນເກີດເຫດໄດ້ມີເດັກນ້ອຍຍິງ 5 ຄົນພາກັນລົງຫຼິ້ນໝາກບານສົ່ງຢູ່ໜອງນໍ້າທີ່ຫ່າງຈາກບ້ານປະມານ 500 ແມັດ ຊຶ່ງເດັກນ້ອຍ ສອງຄົນທີ່ລອດຊີວິດກໍ່ຈົມນໍ້າເຊັ່ນກັນ, ປະຊາຊົນນໍາຕົວສົ່ງໂຮງໝໍເມືອງຈໍາພອນ ແຕ່ມື້ເກີດເຫດ.
ທ່ານ ຄໍາລຸຍ ລາຍງານຕື່ມວ່າ: ສາເຫດຄັ້ງນີ້ອາດເກີດຍ້ອນເດັກນ້ອຍຫຼິ້ນບານສົ່ງເທິງຫນ້ານໍ້າ ແລ້ວມີອາການອິດເມື່ອຍຈຶ່ງເຮັດໃຫ້ຈົມນໍ້າເສຍຊີວິດ ເພາະວ່າລະດັບນໍ້າເລິກປະມານ 4-5ແມັດ.
ຜູ້ເສຍຊີວິດຜູ້ທີ່ໜື່ງອາຍຸພຽງ 9 ປີ, ຜູ້ທີສອງອາຍຸ 10ປີ ແລະ ຜູ້ທີສາມ ອາຍຸ 12ປີ.
ປະຈຸບັນ, ຜູ້ປົກຄອງຂອງເດັກຍິງຜູ້ທີ່ເສຍຊີວິດໄດ້ນໍາສົບໄປເຮັດພິທີທາງສາດສະໜາເປັນທີ່ຮຽບຮ້ອຍ ສ່ວນຜູ້ລອດຊີວິດສອງຄົນຍັງສຶບຕໍ່ປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍເມືອງຈໍາພອນຕໍ່ໄປ.
ຂ່າວ: ພ້ອມພົງ

