ເປີດສັບປະດາຮູບເງົາຈີນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ 2026

ເປີດສັບປະດາຮູບເງົາຈີນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ 2026

ໃນມື້ນີ້, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈໍາ ສປປ ລາວ ໄດ້ຮ່ວມກັນຈັດພິທີເປີດງານສັບປະດາຮູບເງົາຈີນ ແລະ ງານເທດສະການຮູບເງົາລາວ-ຈີນ ຊຶ່ງ​ເປັນອີກ ໜຶ່ງ​ກິດ​ຈະ​ກຳປະກອບສ່ວນສະເຫຼີມສະ ຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ, ຈີນ-ລາວ 2026 ແລະ​ ທັງ​ເປັນການສະເຫຼີມສະຫຼອງການຈັດງານເທດສະການຮູບເງົາລາວ-ຈີນ ທີ່ ສປປ ລາວ ຄົບ ຮອບ 10 ປີ.

ທ່ານນາງ ສວນສະຫວັນ ວິຍະເກດ ລັດ​ຖະ​ມົນ​ຕີ, ​ກະ​ຊວງວັດ​ທະ​ນະ​ທຳ ແລະ ການ​ທ່ອ​ງ​ທ່ຽວ ກ່າວວ່າ ຂ້າພະເຈົ້າ ມີຄວາມປິຕິຍິນດີຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ເຖິງການເວລາຈະໜູນວຽນໄປ ແຕ່ມິດຕະພາບການພົວພັນຮ່ວມມືອັນຍາວນານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວຂອງພວກເຮົາຍີ່ງເລິກເຊີ່ງຂຶ້ນກວ່າເກົ່າ, ມີການເສີມຂະຫຍາຍຢ່າງຕັ້ງໜ້າ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ທີ່ກຳລັງຂະຫຍາຍຕົວຢ່າງກວ້າງຂວາງ ອັນໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວຢ່າງບໍ່ຢຸດຢັ້ງ. 

ປີ 2026 ນີ້ແມ່ນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ປີມິດຕະພາບລາວ-ຈີນ, ຈີນ-ລາວ; ສອງຊາດຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ໄດ້ກາຍເປັນແບບຢ່າງໜຶ່ງທີ່ດີ ຂອງການສ້າງປະຊາຄົມຄູ່ຮ່ວມຊາຕາກຳຂອງມວນມະນຸດ ແລະ ບົນພື້ນຖານການເປັນຄູ່ຮ່ວມຊາຕາກໍາດຽວກັນ, ເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ  ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ກ້າວສູ່ຄຸນນະພາບໃໝ່ທີ່ມີຄວາມຫວັງ ແລະ ມີຊີວິດຊີວາ.

ຕາງໜ້າຄະນະພັກ, ຄະນະນຳກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ, ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການຈັດງານທີ່ມີຄວາມໝາຍ ຄວາມສຳຄັນໃນຄັ້ງນີ້, ກໍຄືການສົ່ງເສີມການຮ່ວມມືດ້ານວັດທະນະທຳ ອັນກາຍເປັນຂົວຕໍ່ມິດຕະພາບທີ່ສຳຄັນໜື່ງ ໂດຍຜ່ານການຮັບຊົມຮູບເງົາຈີນທີ່ພາກເປັນພາສາລາວມີທັງໝົດ 07 ເລື່ອງ, ແຕ່ໃນມື້ນີ້ເນື່ອງຈາກເວລາຈຳກັດຈຶ່ງຈະສາຍ 01 ເລື່ອງກ່ອນຄື: “ຂ້ອຍ​ ກັບ ບ້ານ​ເກີດ​ຂອງ​ຂ້ອຍ” ຊື່ງມີເນື້ອໃນກ່ຽວກັບຈິນຕະນາການ-ວິໄສທັດ ແລະ ແບບແຜນການດຳລົງຊີວິດ, ຂອງປະຊາຊົນຈີນທີ່ແຕກຕ່າງກັນ ແຕ່ກໍຍັງຮັກສາໄດ້ເຖິງຄວາມສາມັກຄີປອງດອງກັນ ຈົນສາມາດຜ່ານຜ່າອຸປະສັກນາໆປະການໄດ້. ເນື້ອໃນຮູບເງົາດັ່ງກ່າວ ຈະບໍ່ສະເພາະສ້າງຄວາມບັນເທິງໃຫ້ແກ່ຜູ້ຊົມເທົ່ານັ້ນ ແຕ່ຍັງເປັນການຮຽນຮູ້ ແລະ ຖອດຖອນເປັນບົດຮຽນ ເພື່ອມາໝູນໃຊ້ເຂົ້າກັບການດຳລົງຊີວິດຂອງພວກເຮົາໄດ້ຢ່າງເໝາະສົມ ໂດຍສະເພາະ ຜູ້ຊົມປະຊາຊົນລາວສາມາດເຂົ້າໃຈ ແລະ ສຳຜັດໄດ້ເຖິງວັດທະນະທຳຂອງຈີນ ເຮັດໃຫ້ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວ ມີຄວາມເຂົ້າອົກເຂົ້າໃຈກັນຫຼາຍຂຶ້ນ ແລະ ຮັດແໜ້ນສາຍພົວພັນໃຫ້ແໜ້ນແຟ້ນຂຶ້ນຢ່າງບໍ່ຢຸດຢັ້ງ. ຮູບເງົາ​ຈຳ​ນວນ​ດັ່ງກ່າວຈະບໍ່ສາຍສະເພາະໃນນະຄອນຫຼວງວຽງຈັນ ແຕ່ຄະນະຮັບຜິດຊອບຍັງຈະສືບຕໍ່ສາຍຢູ່ບັນ​ດາ​ແຂວງຈຳ​ນວນ​ໜຶ່ງ ເປັນ​ຕົ້ນ: ແຂວງ ຫຼວງພະບາງ, ຫົວພັນ, ຈໍາປາສັກ ໃນເວລາມໍ່ໆນີ້ຕື່ມ ເພື່ອໃຫ້ປະຊາຊົນລາວ, ປະຊາຊົນຈີນ ທີ່ອາໄສຢູ່ ສປປ ລາວ ສາມາດເຂົ້າມາຮັບຊົມໄດ້. 

ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຖືສໍາຄັນ ຕໍ່ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໂດຍສະເພາະແມ່ນການສົ່ງເສີມແລກປ່ຽນດ້ານວັດທະນະທຳ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ສອງຊາດ ລາວ-ຈີນ, ຈີນ-ລາວ ເພື່ອເຮັດໃຫ້ມູນເຊື້ອການພົວພັນຮ່ວມມື ຢັ່ງຮາກຝັງເລິກ ໃນຈິດໃຈຂອງປະຊາຊົນສອງຊາດເຮົາ. 

ທ່ານ ນາງ ຟາງ ຫົງ

ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ກ່າວວ່າ ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ມາຮ່ວມພິທີສາຍຮູບເງົາຄັ້ງປະຖົມມະເລີກໃນມື້ນີ້. ນີ້ແມ່ນກິດຈະກຳທຳອິດໃນສັບປະດາແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວ ຄົບຮອບ 65 ປີ ແລະ “ປີມິດຕະພາບລາວ-ຈີນ”2026. ຂ້າພະເຈົ້າຂໍຕາງໜ້າສະຖານເອກອັກຄະລັດຖະທູດຈີນ ປະຈຳ ລາວ, ສະແດງຄວາມຕ້ອນຮັບອັນອົບອຸ່ນມາຍັງບັນດາທ່ານແຂກຜູ້ມີກຽດທຸກໆທ່ານ, ແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງເພື່ອນຮ່ວມງານທຸກພາກສ່ວນ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນການແລກປ່ຽນຮ່ວມມືດ້ານວັດທະນະທຳ ຈີນ-ລາວ ຕະຫຼອດໄລຍະຜ່ານມາ.

ຈີນ ແລະ ລາວ ແມ່ນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມທີ່ມີສາຍພູສາຍນ້ຳຕິດຈອດກັນ. ໃນຕະຫຼອດ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ພາຍໃຕ້ການຊີ້ນຳທາງດ້ານຍຸດທະສາດຂອງການນຳສອງພັກ, ສອງລັດ, ສາຍພົວພັນ ຈີນ-ລາວ ໄດ້ຮັບການເພີ່ມພູນຄູນສ້າງໃຫ້ໜັກແໜ້ນ ແລະ ມີຊີວິດຊີວາຂຶ້ນເລື້ອຍໆ, ຈົນກາຍເປັນຄູ່ຮ່ວມຊາຕາກຳທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ການຮ່ວມມືແລກປ່ຽນທາງດ້ານວັດທະນະທຳ ແມ່ນພາກສ່ວນທີ່ສຳຄັນຂອງການຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ. ນັບຕັ້ງແຕ່ສອງປະເທດໄດ້ລົງນາມໃນສັນຍາວັດທະນະທຳໃນປີ 1989 ເປັນຕົ້ນມາ, ການຮ່ວມມືດ້ານຂ່າວສານ, ວິທະຍຸ, ໂທລະພາບ ແລະ ຮູບເງົາ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ຍາດໄດ້ຜົນສຳເລັດອັນສະງ່າງາມ, ເຊິ່ງເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນຮາກຖານມິດຕະພາບລະຫວ່າງປະຊາຊົນສອງຊາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມອາລິຍະທຳໂລກ.

ຮູບເງົາ, ໃນຖານະເປັນສິລະປະທີ່ລວມເອົາທັງພາບ ແລະ ສຽງເຂົ້າໄວ້ນຳກັນ, ມີພະລັງພິເສດທີ່ສາມາດເຂົ້າເຖິງຈິດໃຈຂອງຄົນໄດ້ໂດຍກົງ, ທັງເປັນຊ່ອງທາງສຳຄັນໃນການສົ່ງເສີມການເຊື່ອມໂຍງທາງດ້ານວັດທະນະທຳ ແລະ ສ້າງຄວາມໃກ້ຊິດລະຫວ່າງຈິດໃຈຂອງປະຊາຊົນຈີນ-ລາວ. ໃນເກືອບ 10 ປີ ຜ່ານມາ, ວິທະຍຸໂທລະພາບສູນກາງຈີນ ໄດ້ຍຶດໝັ້ນຈັດກິດຈະກຳ “ເທດສະການຮູບເງົາດີເດັ່ນລາວ-ຈີນ” ໄປສາຍຢູ່ທົ່ວປະເທດລາວແບບສາທາລະນະປະໂຫຍດ, ໄດ້ຈັດຕັ້ງການແປ ແລະ ພາກສຽງຮູບເງົາຈີນທີ່ດີເດັ່ນຫຼາຍເລື່ອງ ເພື່ອນຳໄປສາຍໃຫ້ປະຊາຊົນລາວທົ່ວປະເທດໄດ້ຮັບຊົມ, ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ກາຍເປັນສາຍໃຍແຫ່ງຄວາມຜູກພັນທາງດ້ານຈິດໃຈຂອງປະຊາຊົນສອງຊາດ. ໃນຂະນະດຽວກັນ, ສອງຝ່າຍຍັງໄດ້ຮ່ວມກັນຜະລິດຮູບເງົາ ແລະ ລາຍການໂທລະພາບຫຼາຍເລື່ອງ, ເຊັ່ນ: ຮູບເງົາເລື່ອງ “ດອກຈຳປາບານ” ໃນປີ 2018 ແລະ ສາລະຄະດີ “ບັກທຶກການເດີນທາງລົດໄຟ ລາວ-ຈີນ” ທີ່ຫາກໍ່ອອກອາກາດໃນບໍ່ດົນມານີ້, ເຊິ່ງໄດ້ຈາລຶກເລື່ອງລາວອັນສະກົດໃຈແຫ່ງຄວາມສາມັກຄີ ແລະ ການຮ່ວມມືພັດທະນາຂອງປະຊາຊົນສອງຊາດໄວ້ເທິງຈໍໃຫຍ່ຕະຫຼອດໄປ.

ການຈັດສັບປະດາຮູບເງົາໃນໂອກາດອັນສຳຄັນ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດນີ້, ແມ່ນເພື່ອແນໃສ່ນຳໃຊ້ສິລະປະຮູບເງົາເປັນສື່ກາງ ແລະ ນຳໃຊ້ວັດທະນະທຳເປັນຂົວຕໍ່ ເພື່ອໃຫ້ມິດຕະພາບ ຈີນ-ລາວ ຝັງຮາກເລິກຢູ່ໃນຈິດໃຈຂອງປະຊາຊົນຫຼາຍຂຶ້ນ. ພວກເຮົາໄດ້ຄັດເລືອກເອົາຮູບເງົາຈີນທີ່ດີເດັ່ນ 7 ເລື່ອງ ທີ່ຜະລິດໂດຍ ວິທະຍຸໂທລະພາບສູນກາງຈີນ, ເຊິ່ງມີເນື້ອໃນທີ່ຫຼາກຫຼາຍ ເປັນຕົ້ນແມ່ນ ຄວາມຮັກຊາດ, ການເຕີບໃຫຍ່ຂອງໄວໜຸ່ມ, ວິທະຍາສາດ, ເລື່ອງຕະຫຼົກ ແລະ ຄວາມຮັກໃນຄອບຄົວ ເພື່ອສະແດງໃຫ້ເຫັນເຖິງຜົນສຳເລັດຂອງການພັດທະນາປະເທດຈີນໃນຍຸກໃໝ່ ແລະ ສະພາບຈິດໃຈທີ່ຫ້າວຫັນຂອງປະຊາຊົນຈີນ. ຕົວຢ່າງຄື: ຮູບເງົາເລື່ອງ “ຂ້ອຍກັບບ້ານເກີດຂອງຂ້ອຍ” ທີ່ຈະສາຍໃນມື້ນີ້, ແມ່ນສ່ອງແສງໃຫ້ເຫັນເຖິງຜົນສຳເລັດອັນຍິ່ງໃຫຍ່ຂອງຈີນໃນການສ້າງສັງຄົມຢູ່ດີກິນດີຮອບດ້ານ ແລະ ການລຶບລ້າງຄວາມທຸກຍາກ. ຂ້າພະເຈົ້າ ຫວັງວ່າ ຜ່ານຮູບເງົາເຫຼົ່ານີ້ ຈະຊ່ວຍໃຫ້ຜູ້ຊົມລາວບັນດາເຜົ່າເຂົ້າໃຈປະເທດຈີນໄດ້ດີຂຶ້ນ ແລະ ເຮັດໃຫ້ປະຊາຊົນສອງຊາດມີຄວາມໃກ້ຊິດກັນກວ່າເກົ່າ. ຝ່າຍຈີນ ຍິນດີຈະຮ່ວມກັບຝ່າຍລາວ ສືບຕໍ່ລົງເລິກການແລກປ່ຽນໃນຂົງເຂດຮູບເງົາ, ສິລະປະ, ວັດທະນະທຳ ແລະ ທ່ອງທ່ຽວ, ເພື່ອສ້າງເວທີການຮ່ວມມື ແລະ ໂຄງການທີ່ມີຊື່ສຽງໃຫ້ຫຼາຍຂຶ້ນ.

Related Articles

Leave a Reply