ເປີດອະນຸສອນສະຖານ ‘‘ກອງຮ້ອຍຫີນເພັດວິລະຊົນ”

ເປີດອະນຸສອນສະຖານ ‘‘ກອງຮ້ອຍຫີນເພັດວິລະຊົນ”

ອະນຸສອນສະຖານແທ່ນສີລາຈາລຶກ ອ້າຍນ້ອງກອງຮ້ອຍ 2  ຫຼື ‘‘ກອງຮ້ອຍຫີນເພັດວິລະຊົນ ທີ່ຕັ້ງຢູ່ສູນກາງແນວລາວສ້າງຊາດ ຈະບັນທຶກວິລະກໍາອັນພິລະອາດຫານ ໃນການຕໍ່ສູ້ກັບສັດຕູກ່ຽວກັບການປະຕິບັດໜ້າທີ່ ໃນ 3 ໄລຍະແຕ່ປີ 1962-1974.  

ສູນກາງແນວລາວສ້າງຊາດ ຮ່ວມກັບ ກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດການນຳໃຊ້ແທ່ນສີລາຈາລຶກ‘‘ກອງຮ້ອຍຫີນເພັດວິລະຊົນ ເມື່ອບໍ່ດົນມານີ້ ໂດຍການເຂົ້າຮ່ວມຂອງທ່ານ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວຢູ່ທີ່ພິທີເປີດການນຳໃຊ້ແທ່ນສີລາຈາລຶກ ‘‘ກອງຮ້ອຍຫີນເພັດວິລະຊົນ ໂດຍມີເນື້ອໃນບາງຕອນທີ່ສໍາຄັນໂດຍຫຍໍ້ວ່າ: ອະນຸສອນດັ່ງກ່ານີ້ ສ້າງຂືຶ້ນແມ່ນເພື່ອຈາລຶກຜົນງານ, ຄຸນງາມຄວາມດີ ທັງເປັນການຢັ້ງຢືນຜົນງານອັນໂດດເດັ່ນ ຂອງບັນດາພະນັກງານນັກຮົບປະຕິວັດ ແລະ ເພື່ອສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດໄດ້ຮັບຮູ້ ແລະ ຮຽນຮູ້ເຖີງຄຸນງາມຄວາມດີ ແລະ ການຕໍ່ສູ້ອັນພິລອາດຫານຂອງອ້າຍນ້ອງທະຫານກອງຮ້ອຍ 2 ແລະ ນຳໃຊ້ເຂົ້າໃນການສຶກສາອົບຮົມຄົນຮຸ່ນໃໝ່ຕໍ່ໄປ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply